ຊ່ວຍເຫຼືອປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ໃນໂອກາດບຸນເຕັດ


ຊ່ວຍເຫຼືອປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ໃນໂອກາດບຸນເຕັດ - ảnh 1
​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ຫຼິວ
​ຢ້ຽມຢາມສູນຊ່ວຍ​ເຫຼືອ​ສັງຄົມ​ແຂວງ​ກວາງ​ບິ່ງ
(ພາບ: daibieunhandan.vn)

(vovworld) -     ​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ​ກວາງ​ບິ່ງ, ວັນ​ທີ 25/01, ຄະນະ​ປະຕິບັດ​ງານ​ສະພາ​ແຫ່ງ​ຊາດຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ຫຼິວ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນຢູ່ສູນ​ລ້ຽງສິດສອນເດັກ​ພິການ ​ແລະ ສູນຊ່ວຍ​ເຫຼືອ​ສັງຄົມ​ 4 ​ແຫ່ງໃນ​ບໍລິ​ເວນ​ແຂວງ​ກວາງ​ບິ່ງ. ກໍ່​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ປະຕິບັດ​ງານ​ໄດ້​ມອບ​ຂອງຂວັນ​ໃຫ້​ແກ່ 24 ຄອບ​ຄົວ​ນະ​ໂຍບາຍ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເມືອງ ກວາງ​ແຈກ ​ແລະ ນະຄອນ ດົ​ງ​ເຮ໋ຍ ດ້ວຍ​ຈຳນວນ​ເງິນ​ເກືອ​ບ 70 ລ້ານ​ດົງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອ​ວງຈູຫຼິວ ​ເນັ້ນ​ໜັກ​ວ່າ.

“​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ຊ່ວຍ​ເຫຼືອຄົນ​ພິການ, ​ເດັກ​ກຳພ້າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ, ຖືກ​ກັບ​ມູນ​ເຊື້ອ​ຮັກ​ແພງ​ມະນຸດ ອຸ້ມຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ຂອງ​ຊາດ​ຫວຽດນາມ. ພວກ​ເຮົາ​ຕ້ອງ​ດຳ​ເນີນບັນດາ​ວຽກ​ງານ​ຄື​ແນວ​ນີ້ ​ເພື່ອ​ສາມາດ​ຊ່ວຍ​ບັນດາ​ຄອບຄົວ​ທີ່​ປະສົບ​ກັນ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ພວກ​ຂ້າພະ​ເຈົ້າ​ຍາກ​ນຳ​ບຸນປີ​ໃໝ່​ທີ່​ອົບ​ອຸ່ນມາ​ໃຫ້​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເດັກ​ກຳພ້າ, ​ເດັກ​ພິການ​​ໃນແຂວງ ກວາງ​ບິ່ງ”.

ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ 2013 ນີ້, ສະພາ​ກາ​ແດງຫວຽດນາມ ​ໄດ້​ມອບ​ຂອງຂວັນ​ປີ​ໃໝ່ 45.000 ພຸດລວມມູນ​ຄ່າ 18,2 ຕື້​ດົງ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ກັນ​ຄວາມ​ຫຍຸ້ງຍາກ, ປະຊາຊົນ​ຢູ່ເຂດ​ຫ່າງ​​ໄກ​ສອກຫຼີກ, ​ເຂດ​ປະສົບ​ກັບ​ໄພ​ທຳ​ມະ​ສາດ. ​ແຂວງ ກວາງ​ນິງ ​ໄດ້​ສະຫງວນ​ຈຳນວນ​ເງິນ​ກວ່າ 42 ຕື້​ດົງ ​ເພື່ອ​ມອບ​ຂອງຂວັນ​ໃຫ້​ແກ່​ຄອບຄົວ​ມີ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ...


ຂ່າວ/ບົດ​ອື່ນ