ຊ່ວຍເຫຼືອໃຫ້ເດັກນ້ອຍຖືກຕິດ HIV/AIDS

ຊ່ວຍເຫຼືອໃຫ້ເດັກນ້ອຍຖືກຕິດ HIV/AIDS - ảnh 1
ກອງ​ປະຊຸມ​ປະ​ເມີນ​ຜົນ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ລັດຖະບານ​ກ່ຽວ​ກັບ​ແຜນການ​
ດຳເນີນ​ງານ​ແຫ່ງ​ຊາດ​ເພື່ອ​ເດັກນ້ອຍ​ຖືກ​ຜົນ​ສະທ້ອນຈາກ HIV/AIDS


(vovworld) - ຕອນ​ເຊົ້າ​ວັນ​ທີ 22/11, ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສົມທົບ​ກັບ​ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ (UNICEF) ຈັດ​ຕັ້ງ​ກອງ​ປະຊຸມ​ປະ​ເມີນ​ຜົນ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ລັດຖະບານ​ກ່ຽວ​ກັບ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ເພື່ອ​ເດັກນ້ອຍ​ຖືກ​ຜົນ​ສະທ້ອນຈາກ HIV/AIDS. ຕາມ​ການ​ສະຖິຕິ​ຂອງກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ປະຈຸ​ບັນ​ທົ່ວ​ປະ​ເທດ​ມີເດັກນ້ອຍ​ຖືກ​ຜົນ​ສະທ້ອນຈາກ HIV/AIDS ກວ່າ 21.000 ຄົນ… ທ່ານ​ນາງ​ ດ່າວຮົ່ງລານ, ຮອງ​ລັດຖະມົນຕີກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ​ໃຫ້​ຮູ້​ວ່າ, ​ໄລຍະ 2016-2020, ຫວຽດນາມ​ຈະ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ລັດຖະບານ​ກ່ຽວ​ກັບ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ເພື່ອ​ເດັກນ້ອຍ​ຖືກ​ຜົນ​ສະທ້ອນຈາກ HIV/AIDS:

        “ພວກ​ຂ້າພະ​ເຈົ້າ​ຈະ​ສົມທົບ​ກັບ​ກະຊວງ​ສາທາລະນະ​ສຸກ ​ແລະ ກະຊວງ​ສຶກສາ​ບຳລຸງ​ສ້າງ​ກວດຄືນ​ກົນ​ໄກ​ສົມທົບ​ກັນ​ລະຫວ່າງ​ສາມ​ກະຊວງ, ພິ​ເສດ​ແມ່ນ​ໃນບັນຫາ​ເຊື່ອມ​ຕໍ່ບັນດາ​ການ​ບໍລິການ​ສຶກສາ, ສາທາລະນະ​ສຸກ ​ແລະ ປົກ​ປັກຮັກສາ ​ແລະ ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍ. ຈາກ​ນັ້ນ​ຍົກ​ອອກ​ຮູບ​ແບບ, ຂັ້ນ​ຕອນ​ລວມ, ບັນດາ​ວິທີ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ. ພວກ​ເຮົາ​ຄວນ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ຍົກ​ສູງ​ຄວາມ​ຮູ້​ໃນ​ບັນຫາ​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍຖືກ​ຜົນ​ສະທ້ອນຈາກ HIV/AIDS “.

 

 

ຂ່າວ/ບົດ​ອື່ນ