ຊີວິດການເປັນຢູ່ຂອງບັນດາເຜົ່າຢູ່ຫວຽດນາມຜ່ານພາບຖ່າຍຂອງນັກຖ່າຍຮູບຊາວຝລັ່ງ

(VOVWORLD) - ພາບຖ່າຍ 35 ແຜ່ນກ່ຽວກັບປະຊາຊົນບັນດາເຜົ່າຢູ່ ຫວຽດນາມ ຂອງນັກຖ່າຍຮູບ ຊາວຝລັ່ງ Rehahn ພວມໄດ້ແນະນຳເຖິງສາທາລະນະຊົນ ຜ່ານງານວາງສະແດງ “ມໍລະດົກລ້ຳຄ່າ” ຢູ່ ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ. 
ຊີວິດການເປັນຢູ່ຂອງບັນດາເຜົ່າຢູ່ຫວຽດນາມຜ່ານພາບຖ່າຍຂອງນັກຖ່າຍຮູບຊາວຝລັ່ງ - ảnh 1 ພາບຖ່າຍ 35 ແຜ່ນກ່ຽວກັບປະຊາຊົນບັນດາເຜົ່າຢູ່ ຫວຽດນາມ

ບັນດາພາບຖ່າຍໄດ້ສະແດງໃຫ້ເຫັນຊີວິດການເປັນຢູ່ທີ່ມີຊີວິດຊີວາ ຂອງປະຊາຊົນບັນດາເຜົ່າຢູ່ ຫວຽດນາມ ຜ່ານຮູບພາບຂອງຜູ້ເຖົ້າຜູ້ແກ່, ເດັກນ້ອຍ, ຕາງຫນ້າບັນດາເຜົ່າ. ນັກຖ່າຍຮູບຊາວ ຝລັ່ງ ໄດ້ຖ່າຍເອົາບັນດາຮູບພາບດັ່ງກ່າວໃນຕະຫລອດ 6 ປີ ແລະ ໄປຢ້ຽມຢາມ 48 ເຜົ່າຂອງຫວຽດນາມ. ຜ່ານພາບຖ່າຍ, ນັກຖ່າຍຮູບຢາກໃຫ້ສາທາລະນະຊົນຫວຽດນາມ ກໍຄືຫລາຍປະເທດໃນໂລກໄດ້ສຳຜັດ ແລະ ມີຄວາມເຂົ້າໃຈກ່ຽວກັບສີສັນວັດທະນະທຳຂອງບັນດາເຜົ່າ ຫວຽດນາມ ກໍຄືບັນດາເລື່ອງລາວ ພາຍຫລັງບັນດາພາບຖ່າຍຊື່ງທ່ານຢາກຝາກຝັງ. ທ່ານ ຫງວຽນກວາງຈ້ອງ, ຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າ ວິທະຍາ ຫວຽດນາມ ຖືວ່າ:

        “ຊຸດພາບຖ່າຍນີ້ ມີຄຸນຄ່າທີ່ສຸດ, ບັນດາພາບຖ່າຍຂອງທ່ານ ແມ່ນສ້າງຄວາມປະທັບໃຈຕໍ່ຜູ້ຊົມ. ຊຸດພາບຖ່າຍນີ້ ແມ່ນເພີ່ມເຕີມເຂົ້າຊຸດພາບຖ່າຍຂອງຫໍພິພິດທະພັນຊົນເຜົ່າ ວິທະຍາຫວຽດນາມໃນໄລຍະຕໍ່ໄປ.”

ຕອບກັບ

ຂ່າວ/ບົດ​ອື່ນ