ຊີ​ວະ​ປະ​ຫວັດ​ຫຍໍ້ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) -   ຍ້ອນມີຫຼາຍຜົນງານອັນໃຫ່ຍຫຼວງ ແລະ ດີເລີດຕໍ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ຮັບຫຼຽນໄຊດາວຄຳຈາກພັກ ແລະ ລັດ, ຫຼຽນກາ 55 ປີອາຍຸພັກ ແລະ ຫຼາຍຫຼຽນໄຊ, ຫຼຽນກາອັນສູງສົ່ງອື່ນໆຂອງ ຫວຽດນາມ ແລະ ສາກົນ.
ຊີ​ວະ​ປະ​ຫວັດ​ຫຍໍ້ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: VOV)


   ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເກີດວັນທີ 14 ເດືອນ ເມສາ 1944; ບ້ານເກີດ: ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ, ນະຄອນ ຮ່າໂນ້ຍ. ອາໄສຢູ່ເຮືອນເລກທີ 5, ຖະໜົນ ທ່ຽນກວາງ, ຕາແສງ ຫງວຽນຢູ, ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ. ທ່ານໄດ້ເລີ່ມປະຕິບັດງານແຕ່ປີ 1967; ເຂົ້າເປັນສະມາຊິກພັກກອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1967.

    ເດືອນ 12/1976 ທ່ານເປັນພະນັກງານຫ້ອງການເອກະສານ ວາລະສານຮ່ຳຮຽນ (ປະຈຸບັນແມ່ນວາລະສານກອມມູນິດ).

   ເດືອນ 8/1968-8/1973: ທ່ານເປັນບັນນາທິການວາລະສານກອມມູນິດ

   ເດືອນ 9/1973-7/1983: ທ່ານຮຽນຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ຕໍ່ປະລິນຍາເອກຢູ່ສະຖາບັນດິດວິທະຍາສາດສັງຄົມລັດເຊຍ

   ເດືອນ 9/1987-8/1996%ໍ: ທ່ານເປັນເລຂາຄະນະພັກອົງການວາລະສານກອມມູນິດ; ຮອງຫົວໜ້າບັນດາທິການວາລະສານກອມມູນິດ; ຫົວໜ້າບັນນາທິການວາລະສານກອມມູນິດ.

  ເດືອນ 1/1994: ທ່ານໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ທີ່ກອງປະຊຸມຜູ້ແທນທົ່ວປະເທດກາງສະໄໝຊຸດທີ VII. ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ VII, VIII, IX, X, XI, XII, XIII;

  ເດືອນ 12/1997: ທີ່ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກ ຊຸດທີ VIII ທ່ານໄດ້ຮັບການເລືອກຕັ້ງເຂົ້າກົມການເມືອງ. ກຳມະການກົມການເມືອງບັນດາຊຸດທີ VIII, IX, X, XI, XII, XIII;

    ເດືອນ 8/1999-4/2001: ທ່ານເຂົ້າຮ່ວມຄະນະປະຈຳກົມການເມືອງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

     ເດືອນ 1/2000-6-2006: ທ່ານເປັນເລຂາຄະນະພັກນະຄອນຮ່າໂນ້ຍ ຊຸດທີ XII, XIII, XIV.

    ເດືອນ 5/2002-ປະຈຸບັນ: ທ່ານເປັນ ສສຊ ຊຸດທີ XI, XII, XIII, XIV, XV.

    ເດືອນ 6/2006-7/2011: ທ່ານເປັນປະທານສະພາແຫ່ງຊາດປະເທດ ສສ ຫວຽດນາມຊຸດທີ XI, XII.

    ເດືອນ 1/2011-ປະຈຸບັນ: ທ່ານເປັນເລຂາທິການໃຫຍູ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XI, XII, XIII;  ເລຂາອົງຄະນະພັກກອງທັບສູນກາງ

    ເດືອນ 2/2013-ປະຈຸບັນ: ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້.

   ເດືອນ 8/2016-ປະຈຸບັນ: ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ ອາຍຸການ 2015 - 2020 ແລະ 2020 - 2025.

  ເດືອນ 10-2018-4/2021: ເລຂາທິການໃຫ່ຍ, ປະທານປະເທດ ສສ ຫວຽດນາມ ອາຍຸການ 2016-2021; ປະທານສະພາປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ; ເດືອນ 4-2021-ປະຈຸບັນ: ທ່ານເປັນເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາອົງຄະນະພັກກອງທັບສູນກາງ ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ. ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້.

     ຍ້ອນມີຫຼາຍຜົນງານອັນໃຫ່ຍຫຼວງ ແລະ ດີເລີດຕໍ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ຮັບຫຼຽນໄຊດາວຄຳຈາກພັກ ແລະ ລັດ, ຫຼຽນກາ 55 ປີອາຍຸພັກ ແລະ ຫຼາຍຫຼຽນໄຊ, ຫຼຽນກາອັນສູງສົ່ງອື່ນໆຂອງ ຫວຽດນາມ ແລະ ສາກົນ. “ຫຼຽນໄຊຄຳແຫ່ງຊາດ” ຂອງທ່ານປະທານເທດແຫ່ງ ສປປ ລາວ; “ຫຼຽນໄຊມິດຕະພາບ” ຂອງພັກ ແລະ ລັດ ສປ. ຈີນ; “ລາງວັນ ເລນິນ” ອັນສູງສົ່ງທີ່ສຸດ ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ລັດເຊຍ; “ຫຼຽນໄຊ José Marti” ຂອງພັກ, ລັດ ສ.ກຸຍບາ ແລະ ຫຼາຍນາມມະຍົດອັນສູງສົ່ງອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ