ຊອກ​ຫາ​ມາດ​ຕະ​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ EVFTA ແລະ EVIPA ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -    ວັນທີ 8 ຕຸລາ, ຄະນະຊີ້ນຳການເຊື່ອມໂຍງສາກົນແຂວງ ກາເມົາ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສາຂາ ເກີ່ນເທີ (VCCI ເກີ່ນເທີ) ຈັດຕັ້ງກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ”.
ຊອກ​ຫາ​ມາດ​ຕະ​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ EVFTA ແລະ EVIPA ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ” (ພາບ: baoanhdatmui.vn) 

ຢູ່ທີ່ນີ້, ບັນດາຜູ້ແທນກໍແນະນຳ ແລະ ໄຈ້ແຍກໂດຍສັງເຂບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດທົ່ວໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ; ຜົນປະໂຫຍດຂອງ ພື້ນຖານເສດຖະກິດເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່; ບົດບາດຂອງອຳນາດການປົກຄອງ ແລະ ການນຳທ້ອງຖິ່ນ ໃນການຈັດຕັ້ງປະຕິບັດສັນຍາ; ສະເໜີບັນດາມາດຕະການປະຕິບັດສັນຍາໃຫ້ມີປະສິດທິຜົນ…

        ໄປຄຽງຄູ່ກັນນັ້ນ, ກອງປະຊຸມກໍໄດ້ຍົກອອກບັນດາຂໍ້ມູນຫຼ້າສຸດກ່ຽວກັບສະພາບການຜັນແປຂອງເສດຖະກິດໂລກ ແລະ ວິວັດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ກໍຄື ກ່ຽວກັບ ສັນຍາ EVFTA ແລະ EVIPA. ຈາກນັ້ນ, ຊ່ວຍເຫຼືອບັນດາອົງການລັດ ກໍຄື ວິສາຫະກິດໃນບໍລິເວນແຂວງໃນການວາງກຳນົດນະໂຍບາຍ, ຍົກອອກບັນດາແຜນການ, ທິດທາງເໝາະສົມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ