ຊອກຫາມາດຕະການແກ້ໄຂໃຫ້ແກ່ການພັດທະນາ Bosnia-Herzegovina, ຄວບຄຸມອາວຸດເຄມີຢູ່ຊີຣີ

(VOVWORLD) -ວັນທີ 05 ພະຈິກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມສະເພາະ 2 ຄັ້ງກ່ຽວກັບ Bosnia – Herzegovina ແລະ ຊີຣີ.
ຊອກຫາມາດຕະການແກ້ໄຂໃຫ້ແກ່ການພັດທະນາ Bosnia-Herzegovina, ຄວບຄຸມອາວຸດເຄມີຢູ່ຊີຣີ - ảnh 1 (ສະພາຄວາມໝັ້ນຄົງສະຫະປະຊາຊາດ ປຶກສາຫາລືກ່ຽວກັບ Bosnia – Herzegovina ແລະ ອາວຸດເຄມີຢູ່ຊີຣີ)

ກ່າວຄຳເຫັນລວມຂອງ 2 ປະເທດອາຊຽນ ແມ່ນຫວຽດນາມ ແລະ ອິນໂດເນຍເຊຍ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Dian Triansyah Djani ຖືວ່າ, Bosnia – Herzegovina ຄວນປັບປຸງການຊີ້ນຳຢູ່ຂັ້ນທ້ອງຖິ່ນໃນບັນດາວິວັດທະນາການດ້ານການເມືອງ, ພັດທະນາເສດຖະກິດເພື່ອຜົນປະໂຫຍດຂອງປະຊາຊົນ, ຊຸກຍູ້ຄວາມເປັນເອກະພາບຊົນຊາດ ເພື່ອການພັດທະນາ ແລະ ໝັ້ນຄົງຍາວນານ, ພ້ອມທັງຢືນຢັນເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ Bosnia – Herzegovina, ກໍ່ຄືສະໜັບສະໜູນການຊອກຫາມາດຕະການແກ້ໄຂຢ່າງຍາວນານ, ໝັ້ນຄົງຢູ່ປະເທດນີ້.

        ໃນວັນດຽວກັນ, ສະພາຄວາມໝັ້ນຄົງໄດ້ຈັດກອງປະຊຸມທາງອອນລາຍເພື່ອແລກປ່ຽນກ່ຽວກັບການຜັນຂະຫຍາຍມະຕິເລກທີ 2118 (ປີ 2013) ຂອງສະພາຄວາມໝັ້ນຄົງ ກ່ຽວກັບບັນຫາອາວຸດເຄມີຢູ່ຊີຣີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະເຈລະຈາຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮຽກຮ້ອງໃຫ້ອົງການເກືອດຫ້າມອາວຸດເຄມີ ແລະ ຊີຣີ ຈົ່ງເພີ່ມທະວີການຮ່ວມມືເພື່ອແກ້ໄຂບັນດາຄວາມແຕກຕົນກັນທີ່ຍັງຄົງຕົວ ເພື່ອແນໃສ່ປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດເຄມີ ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ