ຊອກເຫັນກັບດຳທີ 2

ຊອກເຫັນກັບດຳທີ 2 - ảnh 1
ກັບ​ດຳ​ທີຂອງ​ເຮືອ​ບິນ Tu – 154
(ພາບ: Sputnik)


(vovworld) - ​ວັນ​ທີ 28/12, ກຸ່ມ​ຊອ​ກ​ຫາກູ້​ໄພ​ກູ້​ຊີບ​ຂອງ​ລັດ​ເຊ​ຍ ຊອກ​ໄດ້​ກັບ​ດຳ​ທີ 2 ຂອງ​ເຮືອ​ບິນ Tu – 154 ທີ່​ປະ​ສົບອຸ​ບັດ​ຕິ​ເຫດ​ຢູ່​ທະ​ເລ​ດຳ​ ໃນ​ວັນ​ທີ 25/12 ເຮັດ​ໃຫ​້​ຜູ້​ໂດ​ຍ​ສານ 92 ຄົນ​ເສຍ​ຊີ​ວິດ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ໄດ້​ຢືນ​ຢັນ​ຂໍ້​ມູນ​ຂ​່າວ​ດັ່ງ​ກ່າວ. ໃນ​ຖະ​ແຫຼງ​ການ​ຝາກ​ເຖິງ​ບັນ​ດາ​ອົງ​ການ​​ສຳ​ນັກ​ຂ່າ​ວ​ສານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ຢືນ​ຢັນ​ວ່າ “ກັບ​ດຳ​ທີ 2 ຂອງ​ເຮືອ​ບິນ Tu – 154 ໄດ້​ຊອກ​ເຫັນ ແລະ ​ໄດ​້ເອົາ​ຂຶ້ນຈາກພື້ນ​ທະ​​ແລ້ວ”. ຕາມ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ແລ້ວ, ໄລ່​ມາ​ຮອດ​ປະ​ຈຸ​ບັນ​, ກຸ່ມ​ຊອ​ກ​ຫາກູ້​ໄພ​ກູ້​ຊີບ ໄດ້​ຊອກ​ເຫັນ​ຊາກ​ສົບ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ 17 ຄົນ ພ້ອມ​ກັບ 239 ​ສິ້ນ​ສ່ວນ​ຊ​າກ​ສົບ. ເລື່ອງ​ຊອກ​ເຫັນ​ກັບ​ດຳ​ທີ 2 ໄດ້​ຊ່ວຍ​ໃຫ້​ກຳ​ລັງ​​ກ່ຽວ​ຂ​້ອ​ງ​ຂອງ​ລັດ​ເຊຍ ຢືນ​ຢັນ​ສາຍ​ເຫດເກີດ​ອຸ​ບັດ​ຕິ​ເຫດ​ຢ່າງ​ໄວ.

ຂ່າວ/ບົດ​ອື່ນ