ຊາຍຄາ ອີຕາລີ - ຂົວເຊື່ອມຕໍ່ວັດທະນະທຳ ອີຕາລີ - ຫວຽດນາມ

ຊາຍຄາ ອີຕາລີ - ຂົວເຊື່ອມຕໍ່ວັດທະນະທຳ ອີຕາລີ - ຫວຽດນາມ - ảnh 1
ຊາຍຄາ ອາຊຽນ
(ພາບ: anninhthudo.vn)

(vovworld) – ບໍລິ​ເວນວັດທະນະທຳ​ທີ່​ມີ​ຊື່ວ່າ “Casa ​ອີ​ຕາ​ລີ” – “ສູນວັດທະນະທຳ ​ແລະ ​ເຄື່ອງໝາຍການ​ຄ້າ ອີ​ຕາ​ລີ” ຫາ​ກໍ່​ນຳ​ເຂົ້າ​ເຄື່ອນ​ໄຫວ​ເມື່ອ​ຕອນບ່າຍ​ວັນ​ທີ 12/4, ຢູ່ ຮ່າ​ໂນ​້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອີ​ຕາ​ລີ ​ແລະ ​ໃນ​ຂອບ​ເຂດ “ປີ ອີ​ຕາ​ລີ ຢູ່ ຫວຽດນາມ”. “ສູນວັດທະນະທຳ ​ແລະ ​ເຄື່ອງໝາຍການ​ຄ້າ ອີ​ຕາ​ລີ” ຍັງ​ເອີ້ນ​ຢ່າງ​ສະໜິດສະໜົມ​ດ້ວຍ​ຊື່ວ່າ: “ຊາຍ​ຄາ ອີ​ຕາ​ລີ” - ​ເຊິ່ງ​ແມ່ນ​ສະຖານ​ທີ່​​​ເພື່ອ​ແນະນຳ​ວັດທະນະທຳ, ພາສາ, ຜະລິດ​ຕະພັນ ​ແລະ ​ ວິຖີ​ຊີວິດ​ຂອງ ອີ​ຕາ​ລີ  ກັບ​ປະຊາ​ຊົນ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕວນ​ແອ​ງ ຢືນຢັນ​ວ່າ:

“ຊາຍ​ຄາ ອີ​ຕາ​ລີ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ແນະນຳ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ອີ​ຕາ​ລີ ​ເຖິງ ຫວຽດນາມ. ​ໃນ​​ອະນາຄົດ​ໃກ້ໆ​ນີ້, ມີ​ເຫດການ​ຕ່າງໆ​ທີ່ແນະນຳ​ກ່ຽວ​ກັບ​ວັດທະ​ນະ​ທຳ, ປະ​ເທດ​ຊາດ, ຊາວ ອີ​ຕາ​ລີ ​ຖືກຈັດ​ຕັ້ງ​ຂຶ້ນ​ຢູ່​ທີ່​ນີ້ ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ 2 ຊາດ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດ​ຕະພາບ​ລະຫວ່າງ 2 ປະ​ເທດ.”

 

ຂ່າວ/ບົດ​ອື່ນ