ຊານຕາຄອດ ເລີ່ມເດີນທາງແຈກຂອງຂວັນໃຫ້ເດັກນ້ອຍໃນທົ່ວໂລກ

(VOVWORLD) - ມີຫຼາຍຄອບຄົວໄດ້ເຕົ້າໂຮມຢູ່ເຮືອນຂອງ ຊານຕາຄອດ ຢູ່ເທດສະບານ Rovaniemi, ປະເທດ ແຟງລັງ
ຊານຕາຄອດ ເລີ່ມເດີນທາງແຈກຂອງຂວັນໃຫ້ເດັກນ້ອຍໃນທົ່ວໂລກ - ảnh 1 ຊານຕາຄອດ ແລະ ໂຕກວາງ

ຕອນຄ່ຳວັນທີ 23 ທັນວາ, ຊານຕາຄອດ ແລະ ລົດກວຽນກວາງ ໄດ້ອອກຈາກຊາຍຄາຂອງຕົນຢູ່ຂົ້ວໂລກເໜືອ ເພື່ອເລີ່ມຂະບວນການເດີນທາງປະຈຳປີໄປແຈກຂອງຂວັນໃຫ້ເດັກນ້ອຍໃນທົ່ວໂລກ. ມີຫຼາຍຄອບຄົວໄດ້ເຕົ້າໂຮມຢູ່ເຮືອນຂອງ ຊານຕາຄອດ ຢູ່ເທດສະບານ Rovaniemi, ປະເທດ ແຟງລັງ, ເພື່ອຮັບຟັງບັນດາບົດເພງ ຄຼິດສະມາດ ແລະ ອຳລາ ຊານຕາຄອດ, ໃນຈຸດເວລາທີ່ເພິ່ນມີວຽກຫຼາຍທີ່ສຸດໃນປີ.

        ຕາມແຜນການແລ້ວ, ຊານຕາຄອດ ໄດ້ອອກຈາກໝູ່ບ້ານເພື່ອເດີນທາງໄປຂົ້ວໂລກເໜືອ ແລະ ໃນລົດກວຽນກວາງບັນຈຸຂອງຂວັນເປັນຈຳນວນຫຼາຍ ເພື່ອມອບໃຫ້ເດັກນ້ອຍທີ່ໂຊກດີທີ່ສຸດໃນໂລກ ແລະ ຈາກນັ້ນໄດ້ເລີ່ມດຳເນີນການເດີນທາງແຈກຂອງຂວັນຂອງຕົນໃນຄ່ຳຄືນບຸນຄຼິດສະມາດ.

ຕອບກັບ

ຂ່າວ/ບົດ​ອື່ນ