ຊາວ Crimea ເກືອບທັງໝົດ ຕົກລົງໂອນເຂົ້າລັດເຊຍ


ຊາວ Crimea ເກືອບທັງໝົດ ຕົກລົງໂອນເຂົ້າລັດເຊຍ - ảnh 1

(ພາບ: Reuters)

 (vovworld)- ​ ຕາມ​ໝາກຜົນ​​ເບື້ອງ​ຕົ້ນຂອງ​ການ​ເອົ​າປະຊາ​ມະຕິ​ຢູ່ສາທາລະ ນະ​ລັດ​ປົກຄອງ​ດ້ວຍ​ຕົນ​ເອງ Crimea ກ່ຽວ​ກັບ​ເລື່ອງ​ໂອນ​ເຂົ້າສະຫະພັນ​ລັດ​ເຊຍ, ປຊຊ Crimea ສ່ວນ​ຫຼາຍລ້ວນ​ແຕ່​ຕົກລົງ​ເພື່ອ​ໃຫ້​ແຫຼມ​ແຫ່ງ​ນີ້​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ສະຫະ​ພັນ​ລັດ​ເຊຍ. ການ​ເອົາ​ປະຊາ​ມະຕິ​ຢູ່ ​ Crimea ໄດ້ສີ້ນສຸດ​ລົງ​ເມື່ອ​ຕອນ​ຄ່ຳວັນ​ທີ 16/3. ທ່ານ Mikhail Malyshev ຜູ້ນຳ​ໜ້າ​ຄະນະ​ກຳມະການ​​ເອົາ​ປະຊາ​ມະຕິ​ໃຫ້​ຮູ້​ວ່າ: ມີ ປຊຊ ກ່ວາ 95% ຕົກລົງ​ກັບ​ເລື່ອງ Crimea ​ໂອນ​ເຂົ້າສະຫະ​ພັນ​ລັດ​ເຊຍ. ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປປ່​ອນບັດ​ກໍ່​ບັນລຸ​ເຖິງ 83% ​ແລະ ຄະນະ​ກຳມະການ​​ເອົາ​ປະຊາ​ມະຕິ ບໍ່​ທັນ​ໄດ້​ຮັບ​ການ​ຮ້ອງທຸກ​ໃດໆ​ກ່ຽວ​ກັບ​ການເອົາ​ປະຊາ​ມະຕິ​ເທື່ອ.

   ​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ເພື່ອປຶກສາ​ກ່ຽວ​ກັບ​ສະພາບ​ວິ​ກິດ​ການ​ຢູ່ ຢູ​ແກຼນ, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ເນັ້ນນັກ​ວ່າ: ​ຄວາມ​​ຫວັງ​ຂອງ ປຊຊ ​ແຫຼມ Crimea ​ໄດ້ຮັບ​ການປະຕິບັດ​​ແມ່ນເໝາະ​ສົ​ມກັບ​ກົດໝາຍ​ສາກົນ, ​ໂດຍລະອຽດ​ແມ່ນ​ຂໍ້​ມາດຕາ 1 ຂອງ​ກົດ​ບັດ ສປຊ, ພ້ອມ​ທັງ​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ຫຼັກການ​ສະ​ເໝີ​ພາບ ​ແລະ ສິດ​ເລືອກ​ຕັ້ງດ້ວຍ​ຕົນ​ເອງ​ຂອງ​​ປະຊາ​ຊາດ./.

 

ຂ່າວ/ບົດ​ອື່ນ