ຊາວ ຫວຽດນາມ ຊົມເຊີຍຜົນງານຂອງທິມຊາດບານເຕະ U23 ຫວຽດ​ນາມ ຢູ່ AFC 2018

(VOVWORLD) - ເປັນຄັ້ງທຳອິດໄດ້ຍາດເອົາໄຊຊະນະຢືນອັນດັບທີ 2 ໃນງານແຂ່ງຂັນບານເຕະ AFC 2018,
ຊາວ ຫວຽດນາມ ຊົມເຊີຍຜົນງານຂອງທິມຊາດບານເຕະ U23 ຫວຽດ​ນາມ ຢູ່ AFC 2018  - ảnh 1 ທິມບານເຕະ U23 ຫວຽດນາມ ໄດ້ກາຍເປັນ “ຜູ້ຊະນະເລີດ” ໃນຈິດໃຈຂອງຜູ້ນິຍົມບານເຕະ ຫວຽດນາມ

ຊຶ່ງແມ່ນງານແຂ່ງຂັນມີຊື່ສຽງລະດັບທະວີບ, ບັນດານັກກິລາບານເຕະ U23 ຫວຽດນາມ ໄດ້ກາຍເປັນ “ຜູ້ຊະນະເລີດ” ໃນຈິດໃຈຂອງຜູ້ນິຍົມບານເຕະ ຫວຽດນາມ. ວັນທີ 28 ມັງກອນ, ທິມບານເຕະ ກັບເມືອ ຮ່າໂນ້ຍ ແລະ ໃນຕອນບ່າຍວັນດຽວກັນ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະກັບຄູຝຶກ ແລະ ທິມບານເຕະ U23. ໃນຕອນຄ່ຳວັນທີ 28 ມັງກອນ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຈັດຕັ້ງພິທີຕ້ອນຮັບ ແລະ Gala ເຊີດຊູບັນດານັກບານເຕະ U23. ຜູ້ນິຍົມບານເຕະ ຫວຽດນາມ ແບ່ງປັນວ່າ:

        “ເປັນຄົນນິຍົມບານເຕະ, ຂ້າພະເຈົ້າເຫັນວ່າ ນັກກິລາບານເຕະ U23 ເປັນນັກວິລະຊົນ. U23 ໄດ້ສະແດງນ້ຳໃຈຮັກຊາດ, ແຂ່ງຂັນຢ່າງສຸດຈິດສຸດໃຈ ແລະ ຍາດໄດ້ສິ່ງທີ່ດີເລີດທີ່ສຸດ

        “ເຖິງວ່າຖືກເສຍໃຫ້ອູເຢີເບກິສະຖານຢູ່ນັດແຂ່ງຂັນຊິງຊະນະເລີດກໍ່ຕາມ ແຕ່ U23 ຫວຽດນາມ ຍັງເປັນທິມຊະນະເລີດໃນຈິດໃຈຂອງຜູ້ນິຍົມບານເຕະ”.

        “ຫວັງວ່າ ບັນດານັກບານເຕະໃນທິມ U23 ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍທ່າແຮງຂອງຕົນ, ຕໍ່ກຳລັງແຮງໃຫ້ທິມຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ