ຊາວ ຫວຽດ​ນາມ ຢູ່ຫຼາຍ​ປະ​ເທດ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ມະ​ໂລງ 2024 ຢ່າງ​ເບີກ​ບານ​ມ່ວນ​ຊື່ນ

(VOVWORLD) - ໂດຍເຈືອຈານເຂົ້າກັບບັນຍາກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດປີ ມະໂລງ 2024 ຢູ່ພາຍໃນປະເທດ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດ ໄດ້ຈັດກິດຈະກຳພົບປະແລກປ່ຽນຕ້ອນຮັບບຸນປີໃໝ່.
ຊາວ ຫວຽດ​ນາມ ຢູ່ຫຼາຍ​ປະ​ເທດ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ມະ​ໂລງ 2024 ຢ່າງ​ເບີກ​ບານ​ມ່ວນ​ຊື່ນ - ảnh 1ບັນຍາກາດຂອງກິດຈະກຳຕ້ອນຮັບບຸນເຕັດປີມະໂລງ 2024 ຢູ່ ນິວຢອກ (ພາບ: VOV)
 ສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ນິວຢອກ (VNNY) ແລະ ສະມາຄົມຊາວ ຫວຽດນາມ ອາໄສ ຢູ່ ນິວຢອກ ໄດ້ສົມທົບກັນຈັດງານຕະຫຼາດນັດລະດູບານໃໝ່ປີມະໂລງ 2024 ຢູ່ເມືອງ Brooklyn, ໜຶ່ງໃນບັນດາສູນວັດທະນະທຳ, ສິລະປະຂອງນະຄອນ ນິວຢອກ. ງານຕະຫຼາດນັດດ້ວຍຫົວຂໍ້ “ຕະຫຼາດເຂດຊົນນະບົດ” ໄດ້ວາດພາບເຖິງບັນຍາກາດບຸນເຕັດປະເພນີຂອງຊາວ ຫວຽດນາມ, ດ້ວຍເຍື່ອງອາຫານຕ່າງໆທີ່ເປັນເອກະລັກສະເພາະຂອງທັງ 3 ພາກເໜືອ, ກາງ, ໃຕ້ ຂອງ ຫວຽດນາມ, ບັນດາການລະຫຼີ້ນພື້ນເມືອງ ແລະ ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ. ເຫດການດັ່ງກ່າວ ໄດ້ດຶງດູດຜູ້ເຂົ້າຊົມກວ່າ 700 ເທື່ອຄົນ.

        ຢູ່ ກູບາ, ສະຖານທູດ ຫວຽດນາມ ໄດ້ຈັດລາຍການພົບປະສັງສັນຕົ້ນລະດູບານໃໝ່ ປີມະໂລງ 2024. ບັນດາການເຄື່ອນໄຫວໃນຂອບເຂດລາຍການດັ່ງກ່າວລວມມີ ບັນດາລາຍການສະແດງສິລະປະທີ່ເປັນເອກະລັກ ດ້ວຍການສະແດງບົດເພງ, ວາດຟ້ອນທີ່ມີເນື້ອໃນອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ໂດຍກຸ່ມນັກສຶກສາ ຫວຽດນາມ ຢູ່ໂຮງຮຽນແຫ່ງຕ່າງໆຂອງ ກູບາ ສະແດງ.

        ຢູ່ New Delhi, ອິນເດຍ, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ກໍໄດ້ຈັດລາຍການບຸນເຕັດວົງຄະນະຍາດ - ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີມະໂລງ 2024 ຢູ່ສຳນັກງານສະຖານທູດ.

ນັກຂ່າວ VOV ປະຈຳ ອິນເດຍ, ອາເມລິກາ ແລະ ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ