ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ

(VOVWORLD) - ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.

   ຕອນບ່າຍວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີມອບ - ຮັບເງິນ ແລະ ວັດຖຸ ໂດຍ ກອງທຶນ Steve Bui & Friends - ເຊິ່ງເປັນກອງທຶນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ Steve Bui, ປະທານ ກຸ່ມບໍລິສັດທີ່ປຶກສາ ແລະ ການລົງທຶນການເງິນ ມີສຳນັກງານຕັ້ງຢູ່ ຍີ່ປຸ່ນ ເປັນປະທານ), ບໍລິສັດ ເຟືອງລອງຍຽນ - ຫວູງເຕົ່າ ແລະ ບໍລິສັດ Cosmos Japan Creation JSC ມອບໃຫ້ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ພາຍໃນປະເທດ.

        ທີ່ພິທີ, ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ - ảnh 1ຊາວ ຫວຽດນາມ ອາໄສ ຢູ່ ໂມຊຳບິກ ຕອບສະໜອງລາຍການບໍລິຈາກ ຢ່າງຕັ້ງໜ້າ (ພາບ: TTXVN)
  ກ່ອນໜ້ານັ້ນ, ວັນທີ 09 ມິຖຸນາ, ສະຖານທູດ ຫວຽດນາມ ປະຈຳ ໂມຊຳບິກ  ແລະ ການາດາ ກໍໄດ້ຈັດຕັ້ງລາຍການບໍລິຈາກສະໜັບສະໜູນກອງທຶນຕ້ານໂລກລະບາດໂຄວິດ - 19. ໃນມື້ທຳອິດຂອງການປຸກລະດົມ, ພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າ ຂອງ ຫວຽດນາມ ປະຈຳ ການາດາ ໄດ້ປະກອບເງິນເດືອນໜຶ່ງວັນເຮັດວຽກເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19, ນີ້ແມ່ນຂອງຂວັນທີ່ມີຄວາມໝາຍສຳລັບວົງຄະນະຍາດ ແລະ ສັງຄົມ, ປະກອບສ່ວນເພື່ອໃຫ້ປະເທດ ຫວຽດນາມ ໄດ້ຮັບການຮັບຮູ້ວ່າ ເປັນຈຸດພົ້ນເດັ່ນໃນແຜນທີ່ໂລກ ກ່ຽວກັບການປະຕິບັດ “ເປົ້າໝາຍຄວບຄູ່” ທັງຕ້ານໂລກລະບາດ, ທັງພັດທະນາເສດຖະກິດ. 

ຕອບກັບ

ຂ່າວ/ບົດ​ອື່ນ