ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຕ້ອນຮັບບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ”

(VOVWORLD) -ແຕ່ລະເທື່ອເມື່ອບຸນເຕັດວຽນມາ ແມ່ນຈຸດເວລາທີ່ສັກສິດຂອງຊາວ ຫວຽດນາມ ແຕ່ລະຄົນ, ແມ່ນຈຸດເວລາຂອງການເຕົ້າໂຮມພ້ອມກັບຄອບຄົວ, ຍາດຕິພີ່ນ້ອງ ມຸ່ງໄປເຖິງປີໃໝ່ບັນລຸຜົນງານຫຼາຍຢ່າງກວ່າ.
ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຕ້ອນຮັບບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” - ảnh 1(ການສະແດງສິລະປະຕ້ອນຮັບບຸນເຕັດປີຂານ ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ”)

ຕອນຄ່ຳວັນທີ 27 ມັງກອນ ຢູ່ ປາຣີ, ປະເທດຝລັ່ງ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີຕ້ອນຮັບບຸນເຕັດປີຂານ ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ໂດຍກົງ ສົມທົບກັບທາງໄກ. ລາຍການໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນເຊິ່ງຕາງໜ້າໃຫ້ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ, ເພື່ອນມິດ ຝລັ່ງ ກໍຄືພະນັກງານສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຝລັ່ງ ລວມປະມານ 50 ຄົນ.

        ກ່າວຄຳເຫັນຕ້ອນຮັບ ແລະ ຊົມເຊີຍພໍ່ແມ່ປະຊາຊົນຊາວ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕ່ວານທັງ ເນັ້ນໜັກວ່າ, ແຕ່ລະເທື່ອເມື່ອບຸນເຕັດວຽນມາ ແມ່ນຈຸດເວລາທີ່ສັກສິດຂອງຊາວ ຫວຽດນາມ ແຕ່ລະຄົນ, ແມ່ນຈຸດເວລາຂອງການເຕົ້າໂຮມພ້ອມກັບຄອບຄົວ, ຍາດຕິພີ່ນ້ອງ ມຸ່ງໄປເຖິງປີໃໝ່ບັນລຸຜົນງານຫຼາຍຢ່າງກວ່າ. ລາຍການດັ່ງກ່າວໂດຍສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ຈັດຂຶ້ນ ເປັນການເຄົາລົບ ແລະ ຕອບບຸນແທນຄຸນຈິດໃຈຂອງຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ອ່ວາຍໜ້າເມືອຫາປະເທດຊາດ, ຄອບຄົວ, ຮັກສາຄຸນຄ່າວັດທະນະທຳທາງດ້ານຈິດໃຈທີ່ເປັນມູນເຊື້ອອັນດີງາມຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ