ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຫວນຄືນອະນຸສອນການປະກອບສ່ວນໃຫ້ສັນຍາປາຣີ

(VOVWORLD) - ານວາງສະແດງໄດ້ເຕົ້າໂຮມຮູບຖ່າຍເອກະສານປະຫວັດສາດທີ່ລ້ຳຄ່າກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ ຢູ່ປະເທດ ຝລັ່ງ ແຕ່ປີ 1968 – 1973 ກໍ່ຄືການປະກອບສ່ວນໂດຍກົງ ແລະ ທາງອ້ອມຂອງປະຊາຄົມຊາວ ຫວຽດນາມ ຢູ່ ຝລັ່ງ ...
ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຫວນຄືນອະນຸສອນການປະກອບສ່ວນໃຫ້ສັນຍາປາຣີ - ảnh 1
ງານວາງສະແດງຮູບຖ່າຍເອກະສານຈັດຂຶ້ນຢູ່ ໂຮງລະຄອນ Baltard ຢູ່ຊານນະຄອນຫຼວງ ປາຣີ
(ພາບ:Quang Dũng/VOV-Paris)

ວັນທີ 27 ມັງກອນ 1973, ສັນຍາປາຣີ ກ່ຽວກັບການສິ້ນສຸດສົງຄາມ ແລະ ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ ໄດ້ຮັບການລົງນາມຢູ່ນະຄອນຫຼວງ ປາຣີ, ດ້ວຍການປະກອບສ່ວນບໍ່ໜ້ອຍຂອງພໍ່ແມ່ພີ່ນ້ອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝລັ່ງ. ເນື່ອງໃນໂອກາດສະເຫຼີມສະຫຼອງເຫດການປະຫວັດສາດນີ້ຄົບຮອບ 50 ປີ, ວັນທີ 28 ມັງກອນ, ຢູ່ ໂຮງລະຄອນ Baltard ຢູ່ຊານນະຄອນຫຼວງ ປາຣີ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ໄດ້ສົມທົບກັບໜັງສືພິມ ເຍີນເຢີນ ຈັດງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ສັນຍາ ປາຣີ 1973: ການປະກອບສ່ວນຂອງປະຊາຄົມອ່ວາຍໜ້າເມືອຫາປະເທດຊາດ”. ງານວາງສະແດງໄດ້ເຕົ້າໂຮມຮູບຖ່າຍເອກະສານປະຫວັດສາດທີ່ລ້ຳຄ່າກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ ຢູ່ປະເທດ ຝລັ່ງ ແຕ່ປີ 1968 – 1973 ກໍ່ຄືການປະກອບສ່ວນໂດຍກົງ ແລະ ທາງອ້ອມຂອງປະຊາຄົມຊາວ ຫວຽດນາມ ຢູ່ ຝລັ່ງ ໃນການໜູນຊ່ວຍບັນດາຄະນະເຈລະຈາ. ທ່ານ ເວືອງຫຶວເຍີນ, ປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ ຝລັ່ງ, ໃຫ້ຮູ້ວ່່າ:

        “ມາຮອດໄລຍະປະຈຸບັນ, ພວກຂ້າພະເຈົ້າຍັງໄດ້ຖ່າຍທອດມູນເຊື້ອນັ້ນໃຫ້ລຸ້ນໜຸ່ມ. ສຳລັບພວກຂ້າພະເຈົ້າແລ້ວ, ການສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ແມ່ນສຳຄັນທີ່ສຸດ ຍ້ອນວ່ານັ້ນແມ່ນວິທີຖ່າຍທອດຄຸນຄ່າໃຫ້ຄົນລຸ້ນຫຼັງ. ນອກຈາກນັ້ນ, ການເຄື່ອນໄຫວສະເຫຼີມສະຫຼອງນີ້ຍັງຊ່ວຍໃຫ້ບັນດາຜູ້ທີ່ບໍ່ໄດ້ເຂົ້າຮ່ວມເຫດການນີ້ ກໍ່ຄືເພື່ອນມິດ ຝລັ່ງ ມີຄວາມເຂົ້າໃຈໄລຍະປະຫວັດສາດສຳຄັນນີ້ຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ແຈ້ງກ່ວາອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ