ຊາວ ຫວຽດນາມ ອາໄສຢູ່ ລາວ ສືບຕໍ່ບໍລິຈາກເງິນສະໜັບສະໜູນຊາວແຂວງ ອັດຕະປື

(VOVWORLD) - ວັນທີ 29 ກໍລະກົດ, ທີ່ນະຄອນຫລວງ ວຽງຈັນ ປະເທດລາວ, ປະຊາຄົມຊາວຜູ້ອອກແຮງງານ ຫວຽດນາມ ໄດ້ຈັດຕັ້ງການບໍລິຈາກເງິນທອງວັດຖຸເພື່ອຊ່ວຍເຫຼືອປະຊາຊົນ ແຂວງ ອັດຕະປື ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກເຫດເຂື່ອນໄຟຟ້າແຕກທີ່ຜ່ານມາ.
ຊາວ ຫວຽດນາມ ອາໄສຢູ່ ລາວ ສືບຕໍ່ບໍລິຈາກເງິນສະໜັບສະໜູນຊາວແຂວງ ອັດຕະປື - ảnh 1 ຊາວ ຫວຽດນາມ ອາໄສຢູ່ ລາວ ສືບຕໍ່ບໍລິຈາກເງິນຄຳສະໜັບສະໜູນຊາວແຂວງ ອັດຕະປື

ໄລ່ຮອດຕອນບ່າຍວັນທີ 29 ກໍລະກົດ, ການເຄື່ອນໄຫວບໍລິຈາກໄດ້ຮັບເງິນຈຳນວນເກືອບ 28 ລ້ານກີບ, ເຂົ້າສານເກືອບ 2 ໂຕນ, ໝີ່ສຳເລັດຮູບ 150 ແກັດ…

        ວັດ ບ່າງລອງ ແລະ ວັດ ເຟີດຕິກ ກໍ່ຮຽກຮ້ອງພຸດທະສາສະນິກກະຊົນຊາວ ຫວຽດນາມປະກອບສ່ວນຊ່ວຍເຫຼືອ ເຊິ່ງໄດ້ຈຳນວນເງິນເກືອບ 70 ລ້ານກີບ.

        ກ່ອນໜ້ານັ້ນ, ພົນລະພາກຫຼວງ 11 ສະໜັບສະໜູນເປັນ 370 ລ້ານກີບ ເພື່ອສົ່ງໃຫ້ປະຊາຊົນຜູ້ຖືກຜົນສະທ້ອນຈາກໄພພິບັດຢູ່ແຂວງ ອັດຕະປື.

ຕອບກັບ

ຂ່າວ/ບົດ​ອື່ນ