ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ເປັນຂົວເຊື່ອມຕໍ່ໃຫ້ແກ່ຄວາມຜູກພັນ, ການຮ່ວມມື ແລະ ພັດທະນາຍາວນານໝັ້ນຄົງລະຫວ່າງ 2 ປະເທດ

(VOVWORLD) - ພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຍາມໃດກໍ່ຖືຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງຂອງ ຫວຽດນາມ ທີ່ບໍ່ອາດຕັດແຍກອອກຈາກກັນໄດ້
ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ເປັນຂົວເຊື່ອມຕໍ່ໃຫ້ແກ່ຄວາມຜູກພັນ, ການຮ່ວມມື ແລະ ພັດທະນາຍາວນານໝັ້ນຄົງລະຫວ່າງ 2 ປະເທດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ເປັນຂົວເຊື່ອມຕໍ່ໃຫ້ແກ່ຄວາມຜູກພັນ, ການຮ່ວມມື ແລະ ພັດທະນາຍາວນານໝັ້ນຄົງລະຫວ່າງ 2 ປະເທດ” ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ທີ່ການພົບປະກັບຜູ້ຕາງໜ້າບັນດາຄອບຄົວວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ໃນຕອນເຊົ້າວັນທີ 05 ທັນວາ, ຢູ່ນະຄອນ Busan, ສ.ເກົາຫຼີ. ເມື່ອແຈ້ງໃຫ້ຊາບກ່ຽວກັບສະພາບການ ຫວຽດນາມ ໃນປັດຈຸບັນ, ທ່ານນາງ ຫງວຽນທິກິມເງິນ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຍາມໃດກໍ່ຖືຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງຂອງ ຫວຽດນາມ ທີ່ບໍ່ອາດຕັດແຍກອອກຈາກກັນໄດ້. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:

        ການນຳພັກ, ລັດ ຍາມໃດກໍ່ປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ຖື ສ.ເກົາຫຼີ ເປັນບ້ານເກີດເມືອງນອນແຫ່ງທີ 2, ປະກອບກຳລັງເຫື່ອແຮງກສ້າງສາປະເທດ ສ.ເກົາຫຼີ, ເຄົາລົບ ແລະ ປະຕິບັດກົດໝາຍຂອງປະເທດປະຈຳຖິ່ນ, ເຄົາລົບຮີດຄອງປະເພນີຂອງປະຊາຊົນ ສ.ເກົາຫຼີ, ພ້ອມທັງຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ຫວຽດນາມ. ເຮັດຄືແນວນັ້ນ ກໍເພື່ອການປະກອບສ່ວນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ປະກອບສ່ວນສ້າງບ້ານເກີດເມືອງນອນ ຫວຽດນາມ.

        ແລະຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເດີນທາງອອກຈາກນະຄອນ Busan, ໄປຍັງນະຄອນຫລວງ ເຊີອູນ ສືບຕໍ່ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ