ຊາວ​ ຫວຽດ​ນາມ ​ອາ​ໄສ​ຢູ່ ​ເຊັກ​ໂກ ແມ່ນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ຮັກ​ສາ​ການ​ແຜ່​ຂະ​ຫຍາຍ​ສີ​ສັນ ​ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເຊັກໂກ, ວັນທີ 10 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບຜູ້ຕາງໜ້າບັນດາສະມາຄົມປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ແລະ ເອີລົບ.

ຊາວ​ ຫວຽດ​ນາມ ​ອາ​ໄສ​ຢູ່ ​ເຊັກ​ໂກ ແມ່ນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ຮັກ​ສາ​ການ​ແຜ່​ຂະ​ຫຍາຍ​ສີ​ສັນ ​ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະກັບຜູ້ຕາງໜ້າບັນດາສະມາຄົມປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ແລະ ເອີລົບ (ພາບ: VOV)

ທີ່ການພົບປະ, ຜູ້ຕາງໜ້າບັນດາສະມາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ໄດ້ແບ່ງປັນ, ສະແດງຄວາມມຸ່ງຫວັງ ກໍ່ຄືສະເໜີໃຫ້ຄະນະປະຕິບັດງານ ຊຸກຍູ້ການເຄື່ອນໄຫວຂອງອົງການຕາງໜ້າຫວຽດນາມ ປະຈຳ ເຊັກໂກ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີການສົມທົບກັນ, ຊຸກຍູ້ບັນດາການເຄື່ອນໄຫວຂອງປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ ຫວຽດນາມ ໃຫ້ຫຼາຍກ່ວາອີກ, ຍູ້ແຮງບັນດາການເຄື່ອນໄຫວຮັກສາສີສັນວັດທະນະທຳຂອງຊາດ ແລະ ຮັກສາພາສາຫວຽດນາມ ໃຫ້ແກ່ຊາວ ຫວຽດນາມ ລຸ້ນຄົນທີ 2, ທີ 3.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນຄືນໃໝ່ທັດສະນະຂອງລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດໄດ້, ບົນພື້ນຖານນັ້ນ ຕ້ອງປັບປຸງເອກະສານດ້ານກົດໝາຍສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເໝາະສົມ. ທ່ານລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ພັກ ແລະ ລັດ ຈະສືບຕໍ່ມີຄວາມເອົາໃຈໃສ່ເຖິງການເຄື່ອນໄຫວຮັກສາສີສັນວັດທະນະທຳພາສາ ຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນເຊື່ອມຕົວເຂົ້າກັບສັງຄົມຢູ່ປະເທດປະຈຳຖິ່ນ ກໍ່ຄືເສີມຂະຫຍາຍປະເພນີ, ຮັກສາ, ແຜ່ຂະຫຍາຍສີສັນ ຫວຽດນາມ ແລະ ຍາມໃດກໍ່ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນປະເທດຊາດ, ແມ່ນກຳລັງຫຼັກແຫຼ່ງໃນການໂຄສະນາ, ແຜ່ຂະຫຍາຍວັດທະນະທຳ, ພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ໄປຍັງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ