ຊາວ ຫວຽດ​ນາມ ອາ​ໄສ​ຢູ່ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ​ນຳ​ສິນ​ຄ້າ ຫວຽດ​ນາມ ອອກ​ສູ່​ໂລກ

(VOVWORLD) - ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ພ້ອມແລ້ວທີ່ຈະແນະນຳ, ໂຄສະນາ ແລະ ປະກອບສ່ວນເຂົ້າໃນການສ້າງເຄືອຂ່າຍຈຳໜ່າຍສິນຄ້າ ຫວຽດ ຢູ່ປະເທດປະຈຳຖິ່ນ.
ຊາວ ຫວຽດ​ນາມ ອາ​ໄສ​ຢູ່ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ​ນຳ​ສິນ​ຄ້າ ຫວຽດ​ນາມ ອອກ​ສູ່​ໂລກ - ảnh 1ກອງປະຊຸມກ່ຽວກັບບົດບາດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ນະຄອນ ໂຮ່ຈີມິນ ປີ 2023 (ພາບ: TTXVN)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການຮັບຜິດຊອບຊາວ ຫວຽດນາມ ອາໄສຢູ ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມກ່ຽວກັບບົດບາດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ນະຄອນ ໂຮ່ຈີມິນ ປີ 2023. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແບບທາງໄກມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ປະເທດຕ່າງໆໃນໂລກອີກດ້ວຍ. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາສະມາຄົມວິສາຫະກິດ ຫວຽດນາມ ຢູ່ຕ່າງປະເທດ, ນັກທຸລະກິດທີ່ເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍໃຫ້ຮູ້ວ່າ ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ພ້ອມແລ້ວທີ່ຈະແນະນຳ, ໂຄສະນາ ແລະ ປະກອບສ່ວນເຂົ້າໃນການສ້າງເຄືອຂ່າຍຈຳໜ່າຍສິນຄ້າ ຫວຽດ ຢູ່ປະເທດປະຈຳຖິ່ນ. ເພື່ອຍູ້ແຮງການເຄື່ອນໄຫວນຳສິນຄ້າ ຫວຽດ ອອກສູ່ຕະຫຼາດສາກົນຫຼາຍກວ່າເກົ່ານັ້ນ, ທ່ານ ຫງວຽນດິ່ງຝູ, ປະທານສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອາເມລິກາ, ຖືວ່າ:

        “ຂ້າພະເຈົ້າສະເໜີວ່າ ຕ້ອງຕີລາຄາປະສິດທິຜົນການເຄື່ອນໄຫວສົ່ງເສີມການຄ້າ ເພື່ອຍົກລະດັບຄຸນນະພາບການເຄື່ອນໄຫວສົ່ງເສີມການຄ້າ ແລະ ການລົງທຶນ, ພິເສດແມ່ນ ມີການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມີຄວາມໄວ້ວາງໃຈສູງ. ຂ້າພະເຈົ້າກໍປາດຖະໜາວ່າ ນະຄອນ ໂຮ່ຈີມິນ ຈະສ້າງຖານຂໍ້ມູນກ່ຽວກັບຂະແໜງສິນຄ້າ, ບັນດາວິສາຫະກິດທີ່ມີກຳລັງຄວາມສາມາດ ເພື່ອໃຫ້ພວກຂ້າພະເຈົ້າສາມາດຕິດຕໍ່ພົວພັນໄດ້ຢ່າງງ່າຍດາຍ ແລະ ມີປະສິດທິຜົນ.”

 


ຕອບກັບ

ຂ່າວ/ບົດ​ອື່ນ