ຊາວ ອາບ​ກາ​ນິດ​ສະ​ຖານ ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ໄດ້ຮີບຮ້ອນ​ຖອນ​ອອກ​ຈາກ ປາ​ກິດ​ສະ​ຖານ ກ່ອນ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ

(VOVWORLD) - ຂໍ້ຕົກລົງຂອງລັດຖະບານ ປາກິດສະຖານ ວ່າດ້ວຍການເນລະເທດຄົນເຂົ້າເມືອງຜິດກົດໝາຍ, ມີຜົນສັກສິດແຕ່ວັນທີ 01 ພະຈິກ ເປັນຕົ້ນໄປ, ເຊິ່ງໄດ້ຊີ້ແຈ້ງວ່າ ອົງການມີໜ້າທີ່ຮັບຜິດຊອບ ຈະຈັບຕົວພົນລະເມືອງ ອາບກາດນິດສະຖານ ທີ່ດຳລົງຊີວິດແບບຜິດກົດໝາຍຢູ່ປະເທດນີ້, ຫຼງັຈາກນັ້ນ ຈະສົ່ງໄປຍັງສູນກັກຂັງ ແລ້ວບັງຄັບໃຫ້ກັບເມືອປະເທດ.
ຊາວ ອາບ​ກາ​ນິດ​ສະ​ຖານ ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ໄດ້ຮີບຮ້ອນ​ຖອນ​ອອກ​ຈາກ ປາ​ກິດ​ສະ​ຖານ ກ່ອນ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ - ảnh 1ດ່ານຊາຍແດນ Torkham, ອາບການິດສະຖານ ໃນວັນທີ  2/2/2023 (ພາບ: AFP/TTXVN)

   ວັນທີ 31 ຕຸລາ, ມີຊາວ ອາບການິດສະຖານ ອາໄສຢູ່ ປາກິດສະຖານ ກວ່າ 10.000 ຄົນ ໄດ້ລັ່ງໄຫຼມາຍັງດ່ານຊາຍແດນແຫ່ງຕ່າງໆ ໃນຂະນະທີ່ຍັງເຫຼືອພຽງ 2 – 3 ຊົ່ວໂມງ ກໍຈະຮອດກຳນົດເວລາ ກ່ຽວກັບເລື່ອງໃຫ້ ຜູ້ເຂົ້າເມືອງຜິດກົດໝາຍ 1,7 ລ້ານຄົນ ສະໝັກໃຈອອກຈາກປະເທດ ອາຊີໃຕ້ນີ້ ຫຼື ຈະຖືກຈັບຕົວ ແລະ ເນລະເທດກັບເມືອປະເທດ ຕາມຂໍ້ຕົກລົງຂອງລັດຖະບານປະເທດປະຈຳຖິ່ນ.

        ຂໍ້ຕົກລົງຂອງລັດຖະບານ ປາກິດສະຖານ ວ່າດ້ວຍການເນລະເທດຄົນເຂົ້າເມືອງຜິດກົດໝາຍ, ມີຜົນສັກສິດແຕ່ວັນທີ 01 ພະຈິກ ເປັນຕົ້ນໄປ, ເຊິ່ງໄດ້ຊີ້ແຈ້ງວ່າ ອົງການມີໜ້າທີ່ຮັບຜິດຊອບ ຈະຈັບຕົວພົນລະເມືອງ ອາບກາດນິດສະຖານ ທີ່ດຳລົງຊີວິດແບບຜິດກົດໝາຍຢູ່ປະເທດນີ້, ຫຼງັຈາກນັ້ນ ຈະສົ່ງໄປຍັງສູນກັກຂັງ ແລ້ວບັງຄັບໃຫ້ກັບເມືອປະເທດ.

        ຢູ່ ອາບກາດນິດສະຖານ, ພາຍຫຼັງຂຶ້ນກຳອຳນາດແຕ່ເດືອນ ສິງຫາ ປີ 2021, ອຳນາດການປົກຄອງ ຕາລີບານ ໄດ້ຈັດວາງຫຼາຍຂໍ້ກຳນົດກົດລະບຽບທີ່ເຄັ່ງຄັດທີ່ສຸດ ເຮັດໃຫ້ຊາວ ອາບການິດສະຖານ ນັບແສນຄົນ ຕ້ອງ ໜີໄປຍັງ ປາກິດສະຖານ.  ໂດຍບໍ່ຫົວຊາຕໍ່ວິກິດການດ້ານເສດຖະກິດທີ່ຮ້າຍແຮງຢູ່ ອາບການິດສະຖານ ກໍຄືບັນດາຄຳສັ່ງຂອງອຳນາດການປົກຄອງ ຕາລີບານ ກ່ຽວກັບສິດຂອງແມ່ຍິງ ແລະ ເດັກ, ຊາວ ອາບການິດສະຖານ ອາໄສ ຢູ່ ປາກິດສະຖານ ຈຳເປັນຕ້ອງກັບເມືອບ້ານເກີດເມືອງນອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ