ຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ 2 ຄົນທຳອິດເສຍຊີວິດຍ້ອນ Covid-19

(VOVWORLD) -  ລັດນ້ອຍວໍຊິງຕັນຫາກໍ່ມີຊາວອາເມລິກາເຊື້ອຊາດຫວຽດນາມ 2 ຄົນ.ເສຍຊີວິດຍ້ອນໂລກລະບາດ Covid-19  ນີ້ອາດຈະແມ່ນຊາວອາເມລິກາເຊື້ອຊາດຫວຽດນາມທີ່ເສຍຊີວິດຍ້ອນໂລກລະບາດໂຄວິດເປັນກໍລະນີທຳອິດຢູ່ອາເມລິກາແລະໃນໂລກ.
ຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ 2 ຄົນທຳອິດເສຍຊີວິດຍ້ອນ Covid-19 - ảnh 1 ຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ 2 ຄົນທຳອິດເສຍຊີວິດຍ້ອນ Covid-19 (ພາບ: AP)

        ສະຖານທູດຫວຽດນາມປະຈຳອາເມລິກາໄດ້ຢັ້ງຢືນຂໍ້ມູນຂ່າວກ່ຽວກັບຜູ້ເສຍຊີວິດ 2 ຄົນດັ່ງກ່າວ. ຄົນທີໜຶ່ງແມ່ນເພດຍິງເສຍຊີວິດຍ້ອນ Covid-19 ໃນວັນທີ 16 ມີນາ (ຕາມເວລາອາເມລິກາ) ຢູ່ນະຄອນ Seattle ຂຶ້ນກັບລັດວໍຊິງຕັນ. ຄົນທີສອງແມ່ນຜູ້ມີອາຍຸສູງ, ຕາບອດ, ກໍ່ຢູ່ລັດນ້ອຍວໍຊິງຕັນ. ອາທິດກ່ອນລາວເປັນໄຂ້ແລະໄດ້ຮັບການວິໄຈແລະມີຜົນບວກກັບCovid-19.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ