ຊາວ​ກະ​ສິ​ກອນ ດັກ​ລັກ ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຂົ້າໃນ​ກອງ​ປະ​ຊຸມ​ໂອ້​ລົມ​ສົ​ນ​ທະ​ນາ​ກັບ ​ນາ​ຍົກ​ລັດ​ຖະ​ມົນ​ຕີ

(VOVWORLD) -ຕອນເຊົ້າວັນທີ 28 ກັນຍາ, ຢູ່ແຂວງດັກລັກ ໄດ້ດຳເນີນກອງປະຊຸມໂອ້ລົມສົນທະນາ ລະຫວ່າງ ນາຍົກລັດຖະມົນຕີ ກັບ ຊາວກະສິກອນ ແຂວງດັກລັກ. 
ຊາວ​ກະ​ສິ​ກອນ ດັກ​ລັກ ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຂົ້າໃນ​ກອງ​ປະ​ຊຸມ​ໂອ້​ລົມ​ສົ​ນ​ທະ​ນາ​ກັບ ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ảnh 1 ພາບປະກອບ

ດ້ວຍບັນດາສິ່ງສະດວກກ່ຽວກັບເງື່ອນໄຂທຳມະຊາດ, ດິນຟ້າອາກາດ, ແຫຼ່ງກຳລັງ, ຊາວກະສິກອນດັກລັກ ມີຄວາມຫວັງວ່າ ກອງປະຊຸມຈະແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງທ້ອງຖິ່ນເພື່ອບັນລຸໄດ້ເປົ້າໝາຍເຊິ່ງກອງປະຊຸມວາງອອກແມ່ນ “ພ້ອມກັນມານະພະຍາຍາມ, ຜ່ານຜ່າສິ່ງທ້າທາຍ, ຮັກສາການເຕີບໂຕມູນຄ່າຜະລິດຕະພັນກະເສດຂອງ ຫວຽດນາມ ຊ່ວຍໃຫ້ກະສິກຳວັດທະນາຖາວອນ, ຊາວກະສິກອນຮັ່ງມີ, ຊົນນະບົດສີວິໄລ, ທັນສະໄໝ”. ທ່ານຮ່ວາງແມ້ງເກືອງ, ຜູ້ອຳນວຍການຫົວໜ່ວຍເຄື່ອນໄຫວດຳເນີນທຸລະກິດໃນຂະແໜງກາເຟ ມີຄວາມຫວັງວ່າ ກອງປະຊຸມນີ້ຈະປະກອບສ່ວນເຮັດໃຫ້ ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງກາເຟ ແຂວງດັກລັກ ພົ້ນເດັ່ນຂຶ້ນ ແລະ ຊ່ວຍໃຫ້ແຂວງຍົກສູງລະດັບຂອງກາເຟໃນຕະຫຼາດ. ທ່ານກ່າວວ່າ:

ສຳລັບຂະແໜງກາເຟ ຂອງ ແຂວງດັກລັກ ນັ້ນ ຂ້າພະເຈົ້າກໍ່ຕັ້ງຄວາມມຸ່ງມາດປາດຖະໜາຫຼາຍພໍສົມຄວນຕໍ່ການໂອ້ລົມສົນທະນານີ້. ຍ້ອນວ່າ ຕາມ ຂ້າພະເຈົ້າ ສັງເກດແລ້ວ ການໂອ້ລົມສົນທະນານີ້ຈະຊ່ວຍໃຫ້ ນາຍົກລັດຖະມົນຕີ ແລະ ລັດຖະບານ ເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນຂອງ ດັກລັກ. ແລະ ຜ່ານນັ້ນຈະເຫັນໄດ້ບັນດາຈຸດອ່ອນ ເພື່ອແກ້ໄຂ ແລະ ເຮັດແນວໃດເພື່ອໃຫ້ເມັດກາເຟ ຫວຽດນາມເວົ້າລວມ ແລະ ດັກລັກເວົ້າສະເພາະ ສາມາດບືນຕົວຂຶ້ນອອກສູ່ໂລກ ແລະ ສົມກັບມູນຄ່າຕົວຈິງຂອງມັນ.

ຕາມທ່ານ ຫງວຽນວັນຕື, ປະທານສະມາຄົມຊາວກະສິກອນ ແຂວງດັກລັກ ແລ້ວ, ປະຊາຊົນຢູ່ໃນແຂວງມີຄວາມສົນໃຈທີ່ສຸດຕໍ່ກອງປະຊຸມນີ້. ທ່ານໃຫ້ຮູ້ວ່າ:

ຜ່ານການໂອ້ລົມສົນທະນານີ້ຫວັງວ່າ ທ່ານນາຍົກລັດຖະມົນຕີຈະຊີ້ນຳບັນດາກະຊວງ, ຂະແໜງການ, ບັນດາຫົວໜ່ວຍວິສາຫະກິດໃຫຍ່ສືບຕໍ່ເອົາໃຈໃສ່, ສະຫງວນໃຫ້ແກ່ຊາວກະສິກອນດັກລັກ ແລະ ຜະລິດຕະພັນຂອງ ດັກລັກ, ພິເສດແມ່ນເພື່ອຊົມໃຊ້ບັນດາຜະລິດຕະພັນນັ້ນ, ເຮັດໃຫ້ມູນຄ່າລາຍຮັບຂອງຊາວກະສິກອນເພີ່ມຂຶ້ນດ້ວຍການຊົມໃຊ້ຜະລິດຕະພັນດັ່ງກ່າວ. ພວກຂ້າພະເຈົ້າຫວັງວ່າພາຍຫຼັງກອງປະຊຸມໂອ້ລົມສົນທະນານີ້ ຈະມີບັນດາວິສາຫະກິດໃຫຍ່, ພິເສດແມ່ນບັນດາວິສາຫະກິດຜະລິດ, ປຸງແຕ່ງເຂົ້າມາລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ