ຊາວກະສິກອນໄທກວ່າ 1000 ຄົນ ໄດ້ເຕົ້າໂຮມ ຢູ່ນະຄອນຫຼວງເຂົ້າຮ່ວມ ການແຫ່ຂະບວນປະທ້ວງ

ຊາວກະສິກອນໄທກວ່າ 1000 ຄົນ ໄດ້ເຕົ້າໂຮມ ຢູ່ນະຄອນຫຼວງເຂົ້າຮ່ວມ ການແຫ່ຂະບວນປະທ້ວງ - ảnh 1
ຊາວ​ກະສິກອນ​ໄທ​ ເຕົ້າ​​ໂຮມກັນຢູ່​ນະຄອນຫຼວງ ​ບາງກອກ ​
ເພື່ອເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ
(ພາບປະກອບ: Bangkok Post)


(vovworld) - ວັນ​ທີ 20/02, ມີຊາວ​ກະສິກອນ​ໄທ​ກວ່າ 1000 ຄົນ ຈາກ​ບັນດາ​ແຂວງ​ຢູ່​ໄທ ​ໄດ້ເຕົ້າ​​ໂຮມກັນຢູ່​ນະຄອນຫຼວງ ​ບາງກອກ ​ເພື່ອເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ, ​ໃນ​ຄວາມ​ມານະ​ພະຍາຍາມ​​ເພີ່ມຄວາມ​ກົດ​ດັ່ນຕໍ່​ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ຊິນນະ​ວັດ ​ເຊິ່ງ​ກ່ຽວ​ຂອງ​ເຖິງ​ການ​ຊຳ​ລະເງິນ​ໃນ​ບັນດາໂຄງການ​ອຸດ​ໜູນ​ລາຄາ​ເຂົ້າສານ​ຂອງ​ລັດຖະບານ​ຢ່າງ​ຊັກ​ຊ້າ.

        ກ່ອນ​ໜ້າ​ນັ້ນ,  ​ໃນ​ຄຳ​ກ່າວ​ຫາ​ເຊິ່ງ​ຍົກ​ອອກ​ມາ​ເມື່ອ​ວັນ​ທີ 18/02, ຄະນະ​ກຳມະການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄທ (NACC) ຖື​ວ່າ ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ຊິນນະ​ວັດ ​ບໍ່​ສົນ​ໃຈ​ເຖິງ​ບັນດາ​ຄຳ​ກ່າວ​ເຕື່ອນທີ່​ກ່ຽວຂ້ອງ​​ເຖິງ​ສະພາບ​ສໍ້​ລາດ​ບັງ​ຫຼວງ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍອຸດ​ໝູນ​ລາຄາ​ເຂົ້າສານ, ກໍ່​ຄື​ຄວາມ​ເສຍ​ຫາຍທາງ​ດ້ານ​ເສດຖະກິດ​ເຊິ່ງລາຍການ​ນີ້ອາດ​ຈະກໍ່​ຂຶ້ນ​.  ​ແຕ່​ວ່າ, ​ໃນ​ຖະ​ແຫຼງການ​ທີ່​ຍົກ​ອອກ​ມາ​ເມື່ອ​ວັນ​ທີ 20/02, ທ່ານ​ນາງ​ຍິງຣັກ ​ໄດ້​ຢືນຢັນ​ວ່າ ຕົນ​ເອງ​ບໍ່​ມີ​ໂທດ​ຕໍ່​ຄຳ​ກ່າວ​ຫາ​ຂອງ NACC. ທ່ານ​ນາງ​ໃຫ້​ຮູ້​ວ່າ ຍ້ອນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ຄ້ານ​​​ໃນກວ່າ 3 ​ເດືອນທີ່​ຜ່ານ​ມາ ​ໄດ້​ເຮັດ​​​ໃຫ້​ລັດຖະບານ​ຕ້ອງ​ໂຈະ​​ການ​ຊຳລະ​ເງິນ​ຊື້​ເຂົ້າສານຂອງຊາວ​ກະສິກອນ, ​ບໍ່​ພຽງ​ແຕ່​ເທົ່າ​ນັ້ນຝ່າຍ​ຄ້ານ​ຍັງສວຍ​ໃຊ້​ຈິດ​ຕະບໍ່​ເປັນ​ປົກກະຕິ​ຂອງ​ຊາວ​ກະສິກອນ​ເພື່ອຊຸກຍູ້​ການ​ໂຄ່ນ​ລົ້ມ​ລັດຖະບານ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ