ຊາວກຳປູເຈຍເກືອບ 1 ລ້ານ ຄົນຈະເຂົ້າຮ່ວມການເລືອກຕັ້ງທົ່ວປະເທດ

ຊາວກຳປູເຈຍເກືອບ 1 ລ້ານ ຄົນຈະເຂົ້າຮ່ວມການເລືອກຕັ້ງທົ່ວປະເທດ - ảnh 1
ທ່ານ​ນາຍົກລັດຖະມົນຕີກຳປູເຈຍ ຮຸນ​ແຊນ


Vovworld- ວັນ​ທີ 5/1 , ຄະນະ​ກຳມະການ​ເລືອກ​ຕັ້ງ​ກຳປູ​ເຈຍ (NEC) ປະກາດ​ວ່າ ມີ​ຊາວ​ກຳປູ​ເຈຍ​ປະມານ 9.670.000 ຄົນ ມີ​ຖານະ​ຢ່າງ​ພຽງພໍ​ເພື່ອເຂົ້າຮ່ວມ ການ​ເລືອກ​ຕັ້ງທົ່ວປະເທດໃນວັນທີ 28/7/2013. ຕາມ ຄະນະ​ກຳມະການ​ເລືອກ​ຕັ້ງ​ກຳປູ​ເຈຍ (NEC) ແລ້ວ, ຈະມີສະຖານທີ່ປ່ອນບັດ 19.000 ແຫ່ງໄດ້ຮັບ ການສ້າງຕັ້ງ​ເພື່ອ​ຮັບ​ໃຊ້ ການ​ເລືອກ​ຕັ້ງ. ​ແຕ່​​ເດືອນ 4 ຫາ ​ເດືອນ 5/2013, ບັນດາ​ພັກ​ການ​ເມືອງ​ຢູ່ກຳ​ປູ​ເຈຍ​ຕ້ອງ​ຈົດ​ທະບຽນ​ກັບ ຄະນະ​ກຳມະການ​ເລືອກ​ຕັ້ງ​ກຳປູ​ເຈຍ (NEC) ກ່ຽວ​ກັບຊື່​ຂອງ​ພັກ ​ແລະ ຜູ້​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ. ​ແລະ ກໍ​ຕາມ ຄະນະ​ກຳມະການ​ເລືອກ​ຕັ້ງ​ກຳປູ​ເຈຍ (NEC) ​ແລ້ວ, ປະ​ເທດ​ນີ້ ຈະ​ຈາຍ​ເງິນ 21 ລ້ານ USD ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຈັດ​ ການ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ