ຊາວຊີຣີຮັບຮອງເອົາລັດຖະທຳມະນູນສະບັບໃໝ່.

ຊາວຊີຣີຮັບຮອງເອົາລັດຖະທຳມະນູນສະບັບໃໝ່. - ảnh 1
ປະທານາທິບໍດີ Bashar al Assad ປ່ອນ​ບັດຮັບຮອງເອົາລັດຖະທຳມະນູນສະບັບໃໝ່
(ພາບ: internet)

Vovworld- ສະຖານີ​ໂທລະພາບ​ແຫ່ງ​ຊາດ​ຊີຣີ​ໄດ້​ໃຫ້​ຂ່າວ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 27 ກຸມພາ​ວ່າ: ​ໃນ​ການ​ລົງ​ປະຊາ​ມະຕິ​ເມື່ອ​ວັນ​ທີ 26 ກຸມພາ, ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະມານ 80% ຂອງ​ປະ​ເທດ​ນີ້​ໄດ້​ປ່ອນ​ບັດ​ເຫັນ​ດີ​ສະໜັບສະໜູນລັດຖະທຳ ມະນູນໃໝ່ໂດຍປະທານາທິບໍດີ Bashar al Assad ນຳ​ສະ​ເໜີ. ບັນດາ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ປະທານາ ທິບໍດີ Bashar al Assad ​ເພື່ອ​ແນ​ໃສ່​ຢຸດຕິ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງທີ່​ແກ່ຍາວ​ເປັນ​ເວລາ 11 ​ເດືອນ​ທີ່​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ​ເອກະ​ສາ​ນສະ​ບັບນີ້ກຳນົດ​ວ່າ: ປະທານາທິບໍດີ ຊີຣີ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໂດຍ​ກົງ, ສາມາດ​ດຳລົງ​ຕຳ​ແໜ່​ງຫຼາຍ​ສຸດ​ແມ່ນ​ໃນ 2 ອາຍຸ​ການ, ​ແຕ່​ລະອາ​ຍຸ​ການ​ແມ່ນ 7 ປີ. ກ່ອນ​ໜ້າ​ນັ້ນ, ປະທານາທິບໍດີ Bashar al Assad​ ໄດ້​ໝັ້ນ​ໝາຍ​ຈະດຳ​ເນີນ​ການ​ເລື​ອກຕັ້ງ​ທົ່ວ​ປະ​ເທດ​ໃນ​ຮອບ​ເວລາ 90 ວັນ​ຖ້າ​ຫາກ​ວ່າ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊີຣີຮັບ​ຮອງ​ເອົາ​ລັດຖະທຳ​ມະນູນ​ໃໝ່​ນີ້. ສື່​ມວນ​ຊົນ​ຊີຣີຖື​ວ່າ: ຜົນ​ຂອງ​ການ​ລົງ​ປະຊາ​ມະຕິ​ໄດ້​ສະທ້ອນ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ປະຕິບ​ັດບັນດາ​ໂຄງການ​ປະຕິ​ຮູບ​ຂອງ​ປະຊາຊົນ. ​ໃນ​ຂະນະ​ນັ້ນ, ຝ່າຍ​ຄ້ານ​ຖື​ວ່າ: ລັດຖະທຳ​ມະນູນ​ສະບັບນີ້ ຍັງ​ບໍ່​ທັນ​ມີ​ການ​ປັບປຸງ​​ເທົ່າ​ທີ່​ຄວນ. ນັບ​ທັງ​ບັນດາ​ພັກ​ຝ່າຍ​ຄ້ານ​ຢູ່ ຊີຣີ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ລ້ວນ​ແຕ່​ປະຕິ​ເສດ​ບັນດາ​ຂໍ້​ສະ​ເໜີ​ປະຕິ​ຮູບ​ຂອງປະທານາທິບໍດີ Bashar al Assad ​ແລະ ກ່າວ​ຫາ​ວ່າ ການ​ລົງ​ປະຊາ​ມະຕິ ​ແມ່ນ​ການ​ຫຼອກ​ລວງ.

 

 

 

 

ຂ່າວ/ບົດ​ອື່ນ