ຊາວ​ຕ່າງ​ປະ​ເທດ ມີ​ຄວາມ​ປະ​ທັບ​ໃຈໃນ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ

(VOVWORLD) - 3 ປີມໍ່ໆມານີ້, ຫວຽດນາມ ລ້ວນແຕ່ນອນໃນ Top 15 ປະເທດ ທີ່ຊາວຕ່າງປະເທດຢາກມາດຳລົງຊີວິດຫຼາຍທີ່ສຸດ
ຊາວ​ຕ່າງ​ປະ​ເທດ ມີ​ຄວາມ​ປະ​ທັບ​ໃຈໃນ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ - ảnh 1ພາບປະກອບ: VOV

ຕາມຂໍ້ມູນສຳຫຼວດໂດຍເຄືອຂ່າຍຜູ້ດຳລົງຊີວິດຢູ່ຕ່າງປະເທດຫຼາຍທີ່ສຸດ ໃນໂລກ - International ໄດ້ປະກາດຫວ່າງແລ້ວນີ້, 3 ປີມໍ່ໆມານີ້, ຫວຽດນາມ ລ້ວນແຕ່ນອນໃນ Top 15 ປະເທດ ທີ່ຊາວຕ່າງປະເທດຢາກມາດຳລົງຊີວິດຫຼາຍທີ່ສຸດ

ລະອຽດແມ່ນ ຕາມໝາກຜົນຂອງການສຳຫຼວດຂອງ  International ແລ້ວ, ໃນປີ 2023 ຫວຽດນາມ ນອນໃນ Top 14 ປະເທດ ທີ່ມີຊາວຕ່າງປະເທດຢາກມາດຳລົງຊີວິດຫຼາຍທີ່ສຸດ, ໃນຈຳນວນ 171 ປະເທດ ແລະ ເຂດແຄ້ວນໂດຍ International ສຳຫຼວດ. ດ້ວຍຂໍ້ສັງເກດກ່ຽວກັບໝາກຜົນນີ້, International ຖືວ່າ ຫວຽດນາມ ໄດ້ດຶງດູດຊາວຕ່າງປະເທດ ມາດຳລົງຊີວິດຍ້ອນມີພື້ນຖານວັດທະນະທຳທີ່ເຕັມໄປດ້ວຍສີສັນ, ມີຄວາມປອດໄພ ແລະ ມີຄວາມເປັນມິດຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ