ຊາວນະຄອນຫລວງຮ່າໂນ້ຍສັ່ງລາພົນເອກຫວໍ້ງວຽນຢາບ

(vovworld)-  ພາຍຫລັງ​ອອກ​ຈາກ​ຫໍ​ຈັດ​ພິທີ​ງານ​ສົບ​ແຫ່ງ​ຊາດ, ຂະ​ບວນລົດ​ນຳ​ສົ່ງ​ໂລງ​ສົບ​ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ ​ໄປ​ຜ່ານ​ສາຍ​ທາງ​ຕ່າ​ງໆ​ຄື​: ​ເຈີ​ນ​ແທງ​ຕົງ, ຈາງ​ຕຽນ, ຮ່າງ​ໄຄ, ຈາງ​ທີ, ດ້ຽນບຽນ​ຝູ, ຮ່ວາງ​ຢ້ຽວ… ​​ໄປ​ເຖິງ​ສະຫນາມ​ບິນ​ສາກົນ ​ໂນ້ຍບາຍ. ການ​ສັ່ງ​ລາ​ ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ ຂອງ​ຊາວ​ນະຄອນຫລວງ ຮ່າ​ໂນ້ຍ  ​ເຕັມ​ໄປ​ດ້ວຍ​ຄວາມ​ຕື້ນ​ຕັນໃຈ​ທີ່​ສຸດ.

ຊາວນະຄອນຫລວງຮ່າໂນ້ຍສັ່ງລາພົນເອກຫວໍ້ງວຽນຢາບ - ảnh 1
ຊາວນະຄອນຫລວງ ຮ່າໂນ້ຍ ສັ່ງລາພົນເອກຫວໍ້ງວຽນຢາບ
ພາບ:baomoi.com

        ນັບ​ແຕ່​ຮຸ່ງ​ເຊົ້າ ຢູ່​ລຽບ​ຕາມ​ຖະຫນົນ 12 ສາຍ ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ບ່ອນ​ທີ່​ຂະ​ບວນລົດ​ນຳ​ສົ່ງ​ໂລງ​ສົບ​ໄປ​ຜ່ານ, ຊາວ​ຮ່າ​ໂນ້ຍທຸກ​ຊັ້ນ​ວັນນະ ​ແລະ ປະຊາຊົນ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ໄດ້​ຢືນ​​ເປັນ​ລະບຽບ​ຮຽບຮ້ອຍຢູ່​ສອງ​ຟາກ​ທາງ​. ມີ​ຫລາຍ​ຄົນ​ນຳ​ເອົາ​ຮູບ​ພາບ​ພົນ​ເອກ ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ, ຮູບ​ພາບ​ປະ​ທານ​ໂຮ່ຈິ​ມີນ ​ແລະ ທຸງຊາດ, ດອກ​ໄມ້​ ລໍຖ້າ​ເພື່ອ​ສັ່ງ​ລາ​ ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບຄັ້ງ​ສຸດ​ທ້າຍ. ທ່ານ ຟ້າ​ມວັນ​ເລີມ ຢູ່​ ຕາ​ແສງ ກວານ​ແທງ ​ເມືອງ ບາ​ດີງ ຮ່າ​ໂນ້ຍ ຮູ້ສຶກ​ທຸກ​​ໂສກ​ເສຍດາຍ​ທີ່​ສຸດ ນຳ້ຕາ​ໄຫລ​ອອກ​ເມື່ອ​ລົດ​ນຳ​ສົ່ງ​ໂລງ​ສົບ​ ພົ​ນ​ເອກ ຫວໍ້​ງວຽນ​ຢາ​ບ​ໄປ​ຜ່ານ.

        “ຂ້າພະ​ເຈົ້າ​ກໍ​ຄື​ຊາວ​ຫວຽດນາມ​ນັບ​ລ້ານ​ຄົນ ມີ​ຄວາມ​ເຄົາລົບ​ນັບຖື, ຮັກ​ແພງ​ລຸງ​ຢາ​ບທີ່​ສຸດ. ຂ້າພະ​ເຈົ້າ​ມາ​ນີ້​ເພື່ອ​ສ່ັງ​ລາ​ລຸງ. ຂ້າພ​ະ​ເຈົ້າ​ຂໍ​ໃຫ້​ດວງ​ວິນ​ຍານ​ຂອງ​ເພີ່ນ​ໄປ​ສູ່​ ສຸຄະ​ຕິ​ເຖີ້ນ ​ແລະ​ຊ່ວຍ​ດົນ​ບັນດານ​ໃຫ້​ແກ່​ປະ​ເທດ​ຊາດ​ຫວຽດນາມ​ນັບ​ມື້​ນັບ​ວັດ​ທະນາ​ຖາວອນ.”

        ຢູ້ສອງ​ຟາກ​ທາງ​ຈາກ​ຫໍ​ຈັດ​ພິທີ​ງານ​ສົບ​ໄປ​ເຖິງ​ສະຫນາມ​ບິນ​ໂນ້ຍບາຍ ຜ່ານ​ໄລຍະ​ທາງ 12 ສາຍ ຢູ່​ນະຄອນຫລວງ ຮ່າ​ໂນ້ຍ, ມີ​ຊາວ​ຮ່າ​ໂນ້ຍນັບ​ໝື່ນໆ​ຄົນ​ໄດ້​ມີຫນ້າ​ເພື່ອ​ສັ່ງ​ລາ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ.

ຂ່າວ/ບົດ​ອື່ນ