ຊາວປະມົງກວາງຫງາຍເລີ່ມອອກສູ່ທະເລເພື່ອຫາປາ

ຊາວປະມົງກວາງຫງາຍເລີ່ມອອກສູ່ທະເລເພື່ອຫາປາ - ảnh 1
ພາບປະກອບ

(vovworld) – ​ວັນ​ທີ 5/2, ຢູ່​ທ່າ​ກຳ​ປັ່ນ ຊາ​ກີ່, ສະມາຄົມ​ອາຊີບ​ຫາ​ປາ​ຕາ​ແສງ ບີ່​ງ​ເຈົາ, ​ເມືອງ ບີ່​ງ​ເຊີນ (​ແຂວງ ກວາງ​ຫງາຍ) ​ໄດ້​ຈັດ​ຕັ້ງ​ພິທີ​​ເລີ່​ມ​ເດີນທາງ​ອອກ​ສູ່​ທະ​ເລ​ຫາ​ສິນ​ທະ​ເລ​ໃນ​ຕົ້ນ​ປີ 2014.

    ກຳ​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ, ​ໃນ​ນັ້ນ​ມີ​ກຳ​ປັ່ນ​ຫາ​ປາ​ໄກຝັ່ງ​ກ່ວາ 80 ລຳ ​ໄດ້​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ເພື່ອ​ຫາ​ປາ​ໃນ​ເວລາ​ຫຼາຍ​ມື້​ຢູ່​ທະ​ເລ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່ ລັງ​ແຈ໋ງ, ບ້ານ​ດົງ, ຕາ​ແສງ ອານ​ຫວີງ, ​ເມືອ​ງ​ເກາະ ຫຼີ​ເຊີນ​, ສະມາຄົມ​ອາຊີບ​ຫາ​ປາ​ຕາ​ແສງ  ອານ​ຫວີງ ກໍ່​ໄດ້​ຈັດ​ຕັ້ງ​ພິທີ​​ເລີ່​ມ​ເດີນທາງ​ອອກ​ສູ່​ທະ​ເລ​ຫາ​ປາ​ໃນ​ຕົ້ນ​ປີ​ໃໝ່. ນີ້​ແມ່ນ​ພິທີ​​ຖືກຈັດ​ຕັ້ງ​ຕາມ​ມູນ​ເຊື້ອຂອງ​ຊາວ​ປະມົງ ຫຼີ​ເຊີນ​ເວົ້າ​ລວມ ​ແລະ ຕາ​ແສງ ອານ​ຫວີ​ງ​ເວົ້າ​ສະ​ເພາະ, ດ້ວຍ​ຄວາມ​ປາດ​ຖະໜາ​ວ່າອາ​ກາດຈະ​ເອື້ອ​ອຳນວຍ​ຄວາມ​ສະດວກ ​ແລະ ການຫາ​ປາ​ໄດ້​ຮັບ​ຜົນ​ດີ.

    ກ່ອນ​ໜ້າ​ນັ້ນ, ບັນດາສະມາຄົມ​ອາຊີບ​ຫາ​ປາ​ຕາ​ແສງ ​ໂຝ​ແທ້ງ, ​ເມືອງ ດຶກ​ໂຝ ​ແລະ ຕາ​ແສງ ​ເຫງຍອານ, ​ເມືອງ ຕື​ເຫງຍ ກໍ່​ໄດ້​ຈັດ​ຕັ້ງ​ພິທີ​​ເດີນທາງ​ອອກ​ສູ່​ທະ​ເລ​ຫາ​ປາ​ໃນຕົ້ນ​ປີ 2014.

 

ຂ່າວ/ບົດ​ອື່ນ