ຊາວປະມົງຫວຽດນາມກູ້ຊິບຊາວປະມົງມາເລເຊຍ5ຄົນຖືກເຄາະຮ້າຍໃນທະເລ

ຊາວປະມົງຫວຽດນາມກູ້ຊິບຊາວປະມົງມາເລເຊຍ5ຄົນຖືກເຄາະຮ້າຍໃນທະເລ - ảnh 1
ຊາວປະມົງ ຫວຽດນາມ
(ພາບປະກອບ)

(vovworld) - ວັນ​ທີ 10/07 ໜັງສືພິມ Bernama ຂອງ ມາ​ເລ​ເຊຍ ​ໃຫ້​ຂ່າວ​ວ່າ: ພາຍຫລັງ​ທີ່ຖືກປະສົບ​ອຸປະຕິ​ເຫດ​ໃນ​ທະ​ເລ​ເປັນ​ເວລາ 9 ວັນ, ຊາວ​ປະມົງ ມາ​ເລ​ເຊຍ 5 ຄົນຖື​ດໄດ້ບັນດາ​ຊາວ​ປະມົງ ຫວຽດນາມ ກູ້​ຊິ​ບ​ໃນ​ວັນ​ທີ 09/07. ວັນ​ທີ 10/07, ຊາວ​ປະມົງ ມາ​ເລ​ເຊຍ 5 ຄົນ​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຢູ່ Kuala Dungun Jetty ຢ່າງ​ປ​ອດ​ໄພ.

        ກັບຕັນ​ເຮືອ Kamaruzzaman Awi ຂອງ​ກ່ຳ​ປັ່ນ​ຖືກ​ປະສົມອຸບັດ​ຕິ​ເຫດ​ໃຫ້​ຮູ້​ວ່າ: ວັນ​ທີ 28/06 ເຂົາ​ເຈົ້າອອກຈາກ​ຝັ່ງ​ທະ​ເລ ​ແລະ ຄາດ​ຄະ​ເນ​ວ່າ​ຈະ​ກັບ​ຄືນເມືອ​ວັນ​ທີ 01/07 ​ເພື່ອ​ເຂົ້າ​ຮ່ວມ​ບຸນ Raya Aidilfitri, ຫລັງຈາກ​ນັ້ນ 4 ວັນ​ກ່ຳ​ປັ່ນຂອງ​ເຂົາ​ເຈົ້າ​ບໍ່​ເຄື່ອນ​ໄຫວ​ໄດ້ ຍ້ອນ​ຖ່ານ​ເປ​ເພ. ຫລັງ​ຈາກນັ້ນ ​ເຂົາ​ເຈົ້າ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຊາວ​ປະມົງ ຫວຽດນາມ ​ແລະ ກຳ່​ປັ່ນ​ຂອງ​ເຂົາ​ເຈົ້າ​ສາມາດ​ເຄື​່ອນ​ໄຫວ​ຄືນ​ໃໝ່​ໃນ​ເວລາ 6 ​ໂມງ​ແລງ​ຂອງ​ວັນ​ທີ 09/07. ກັບຕັນ​ເຮືອ Kamaruzzaman Awi ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ບັນດາ​ຊາວ​ປະມົງ ຫວຽດນາມ ​ທີ່ໄດ້ກູ້​​ເອົາ​ຊີວິດ​ຂອງຄະນະ​ກັບຕັນ​ເຮືອ ​ເມື່ອ​ປະສົບ​ອຸປະຕິ​ເຫດ​ນັ້ນ.

 

ຂ່າວ/ບົດ​ອື່ນ