ຊາວປະມົງຫຼີເຊີນຄັດ ຄ້ານເລື່ອງຈີນນຳ ຮ້ານເຈາະນ້ຳມັນ ໄຮ​ຢາງ 981 ເຂົ້າເຂດນ່ານ ທະເລຫວຽດນາມ


ຊາວປະມົງຫຼີເຊີນຄັດ ຄ້ານເລື່ອງຈີນນຳ ຮ້ານເຈາະນ້ຳມັນ ໄຮ​ຢາງ 981 ເຂົ້າເຂດນ່ານ ທະເລຫວຽດນາມ - ảnh 1

ເຮືອ​ຫາ​ປາຂອງ​ຊາວ​ປະມົງ​ຫຼີ​ເຊີນ​ຢູ່ຕາ​ແສງ​ອານ​ຫາຍ

(ພາບ: vnexpress.net)

(vovworld)- ຕອນ​ເຊົ້າວັນ​ທີ 9/5, ຢູ່​ເມືອງ​ເກາະ​ຫຼີ​ເຊີນ, ​ແຂວງ​ກວາງ​ຫງ້າ​ຍ, ສະມາ​ພັນ​ອາຊີ​ບຫາ​ປາ​ຕາ​ແສງ​ອານ​ຫາຍ ​ແລະ ອານ​ຫວິ້ງ ​ໄດ້​ຄັດຄ້ານ​ການ​ກະທຳ​ທີ່​ບັງ​ອາ​ດຂອງ​ຈີນ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຊາວ​ປະມົງ​ຈົ່ງ​ສືບ​ຕໍ່​ຂຸດ​ຄົ້ນສິນ​ທະ​ເລ​ເປັນ​ປົກ​ຕິ ​ແລະ ປົກ​ປັກຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ.

   ທ່ານ​ຫງວຽນ​ກວກ​ຈິງ, ປະທານສະມາ​ພັນ​ອາຊີ​ບຫາ​ປາ​ຕາ​ແສງ​ອານ​ຫາຍ, ເມືອງ​ເກາະ​ຫຼີ​ເຊີນ, ​ແຂວງ​ກວາງ​ຫງ້າ​ຍ ຊີ້​ແຈ້ງວ່າ​: ​ເລື່ອງຈີນ​ ຕັ້ງ​ຮ້ານ​ເຈາະ​ນ້ຳ ໄຮ​ຢາງ 981 ​ຢູ່​ເຂດ​ອະພິສິດ​ເສດຖະກິດ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ນີ້​ແມ່ນ​​ເຂດ​ຫາ​ປາ​ທີ່​ມີມາ​ແຕ່​ດົນ​ນານ​ຂອງ​ຊາວ​ປະມົງ​ຫຼີ​ເຊີນ:

ນີ້​ແມ່ນ​ການ​ກະທຳ​ທີ່​ຜິດພາດ, ບັງອາດ, ຝືນ​ກັບ​ກົດໝາຍ​ທະ​ເລ​ສາກົນ. ​ເຂົາ​ເຈົ້າມີ​ທ່າ​ທີ ​ແລະ ການ​ກະທຳ​ສະກັດ​ກັ້ນ ​ແລະ ນາບຂູ່​ຊີວິດ​ອິນ​ຊີ ​ແລະ ສັບ​ສິນ​ຂອງຊາວ​ປະມົງ​ພວກເຮົາ. ​ແຕ່​ການ​ກະທຳ​ບໍ່​ເຮັດ​ໃຫ້​ຊາວ​ປະມົງ​ຫຼີ​ເຊີນ​ຖອຍ​ໃຈ, ຫາກ​ຊາວ​ປະມົງ​ຫຼີ​ເຊີນ​ເດັດ​ດ່ຽວ​ອອກ​ໄປ​ຫາ​ປາ​ຢູ່​ເຂດ​ທະ​ເລ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ“./.

ຂ່າວ/ບົດ​ອື່ນ