ຊາວປະມົງແຂວງແຄ໋ງຮ່ວາຕັດສິນໃຈຫາປາຢູ່ທະເລເຈື່ອງຊາ - ຮ່ວາງຊາ

ຊາວປະມົງແຂວງແຄ໋ງຮ່ວາຕັດສິນໃຈຫາປາຢູ່ທະເລເຈື່ອງຊາ - ຮ່ວາງຊາ - ảnh 1
ພາບ​ປະ​ກອບ

(vovworld) - ຕໍ່ໜ້າ​ເລື່ອງ​ຈີນ​ ປະກາດ​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ແຕ່ 13/5-1/8/2015, ຊາວ​ປະມົງ​ແຂວງ​ແຄ໋ງຮ່ວາ ຍັງ​ຄົງ​ຕັດສິນ​ໃຈ​ອອກ​ສູ່ທະ​ເລ​ເພື່ອ​ຫາ​ປາ. ກຳ່​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ ​ແລະ ຊາວ​ປະມົງ​ນັບ​ພັນ​ຄົນ​ສືບ​ຕໍ່​ສາມັກຄີ​ ພ້ອມ​ກັນ​ອອກ​ສູ່​ທະ​ເລ, ຫາ​ປາ​ຢູ່​ເຂດ​ທະ​ເລ​​ທີ່​ເປັນ​ມູນ​ເຊື້ອ ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ໃນ​ຊຸມ​ມື້​ນີ້, ຢູ່​ທ່າ​ກຳ່​ປັ່ນນະຄອນ​ຍາ​ຈາງ ​ແຄ໋ງຮ່ວາ, ​ເຊິ່ງ​ແມ່ນ​ທ່າ​ຫາ​ປາໃຫຍ່​ກວ່າ​ໝູ່​ຢູ່​ທິດ​ໃຕ້​ພາກ​ກາງຍັງ​ມີ​ກຳ​ປຳ່ຫາ​ປາ​ອອກ​ສູ່​ທະ​ເລ ​ແລະ ​ເຂົ້າ​ທຽບ​ທ່າ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ ມາຍ​ແທ່ງ​ຟຸກ, ຫົວໜ້າ​ກອງຫາ​ປາ​ເຈື່ອງ​ຊາ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ອອກ​ສູ່​ທະ​ເລ​ຫາ​ປາ​ໃນ​ໄລຍະ​ຍາວ​. ສຳລັບ​ຊາວ​ປະມົງ​ພວກ​ຂ້າພະ​ເຈົ້າ​ແລ້ວ, ຄຳ​ສັ່ງ​ຫ້າມ​ຫາ​ປາ​ຂອງ​ຈີນ​ແມ່ນ​ບໍ່​ມີ​ຄຸນຄ່າ, ​ໄຮ້​ເຫດຜົນ. ນີ້​ແມ່ນ​ທະ​ເລ​ຂອງ​ຫວຽດນາມ, ຂ້າພະ​ເຈົ້າ​ແມ່ນ​ຊາວ​ຫວຽດນາມ ດັ່ງ​ນັ້ນ​ຈະ​ສືບ​ຕໍ່​ຫາ​ປາຢູ່​ທະລຂອງ​ປະ​ເທດ​ຕົນ“.

ຂ່າວ/ບົດ​ອື່ນ