ຊາວມຸດສະລິມນະມັດສະການປະຕິບັດພິທີແກ່ວງຫີນໃສ່ອະສູນ

(VOVWORLD) - ວັນທີ 11 ສິງຫາ, ຊາວມຸດສະລິມຈາກທົ່ວທຸກແຫ່ງໃນໂລກໄດ້ປະຕິບັດພິທີແກ່ວງຫີນໃສ່ຝາຂະໜາດໃຫຍ່ Jamarat ຢູ່ນະຄອນ Mina, ປະເທດ ອາຣັບບິ ຊະອຸດິ ຄືແມ່ນສັນຍາລັກຂອງການແກ່ວງຫີນໃສ່ອະສູນ. ພິທີນີ້ແມ່ນພິທີເລີ່ມຕົ້ນໃຫ້ແກ່ເທດສະການໃຫຍ່ສຸດຂອງຊາວມຸດສະລິມ.

ຊາວມຸດສະລິມນະມັດສະການປະຕິບັດພິທີແກ່ວງຫີນໃສ່ອະສູນ - ảnh 1ຊາວມຸດສະລິມນະມັດສະການປະຕິບັດພິທີແກ່ວງຫີນໃສ່ອະສູນ (ພາບ: AFP/ TTXVN)

ປະເທດ ອາຣັບບິ ຊະອຸດິ ມີຊື່ສຽງກ່ຽວກັບການປ້ອງກັນບັນດາສະຖານທີ່ສັກສິດທີ່ສຸດຂອງສາສະໜາອິດສະລາມ, ລວມມີ ເຂດສັກສິດ Mecca ແລະ Medina ແລະ ຈັດຕັ້ງງານບຸນນະມັດສະການປະຈຳປີໃຫຍ່ທີ່ສຸດໃນໂລກ.

        ປີນີ້, ມີຊາວມຸດສະລິມນະມັດສະການເກືອບ 2,5 ລ້ານຄົນ, ສ່ວນຫລາຍແມ່ນມາຈາກບັນດາປະເທດອື່ນ ເຊິ່ງໄດ້ມາ ອາຣັບບິ ຊະອຸດິ ເພື່ອເຂົ້າຮ່ວມງານບຸນທີ່ແກ່ຍາວເປັນເວລາ 5 ວັນນີ້, ພິທີສາສະໜາດັ່ງກ່າວ ເຊິ່ງໃນຊີວິດຂອງຊາວມຸດສະລິມຢ່າງໜ້ອຍສຸດຕ້ອງປະຕິບັດເທື່ອໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ