ຊາວມຸດສະລີມໃນທົ່ວໂລກເຂົ້າຮ່ວມງານບຸນEid al Adha

ຊາວມຸດສະລີມໃນທົ່ວໂລກເຂົ້າຮ່ວມງານບຸນEid al Adha - ảnh 1
ຊາວ​ມຸດ​ສະລີ​ມ​ນັບ​ລ້ານໆ​ຄົນ​ໃນ​ທົ່ວ​ໂລກ​ໄດ້​ເລີ່​ມຕົ້ນ​ງານ​ບຸນ
Eid al Adha
ພາບ:internet

 (vovworld)- ​​ວັນ​ທີ 16/10, ຊາວ​ມຸດ​ສະລີ​ມ​ນັບ​ລ້ານໆ​ຄົນ​ໃນ​ທົ່ວ​ໂລກ​ໄດ້​ເລີ່​ມຕົ້ນ​ງານ​ບຸນ Eid al Adha ຊື່​ງ​ແມ່ນ​ຫນຶ່ງ​ໃນ​ສອງ​ງານ​ບຸນ​ທີ່​ສຳຄັນ​ຂອງ​ຊາວ​ມຸດ​ສະລີ​ມ. ນັບ​ແຕ່​ຮຸ່ງ​ເຊົ້າ, ຊາວ​ມຸດ​ສະລີ​ມ​ເປັນ​ຈຳນວນ​ຫລວງຫລາຍຢູ່ ອີຣັກ ​ໄດ້​​ເຕົ້າ​ໂຮມ​ຕໍ່ຫນ້າ​ບັນດາ​ວິຫານ​ເພື່ອ​ພາວະນາ, ປາດ​ຖະຫນາ​ກຢາກ​ໄດ້​ຮັບ​ສັນ​ຕິ​ພາບ​ຄືນ​ໃຫມ່. ​ສ່ວນ​ຢູ່​ອີ​ຢີບ, ປະ​ເທດ​ທີ່​ພວມ​ປະ​ເຊີນ​ຫນ້າ​ກັບ​ກະ​ແສ​ຟອງ​ຈາລະ​ຈົນ​ດ້ານ​ການ​ເມືອງ​ທີ່​ພວມ​ແຜ່​ລາ​ມອອກ​ສູ່​ວົງ​ກວ້າງ, ແຕ່ຕາມ​ປະ​ເພນີ, ​ໃນ​ຊຸມ​ມື້​ດຳ​ເນີນ​ງານ​ບຸນ​ດັ່ງກ່າວ, ທຸກ​ຄົນ​ໄດ້​ເຕົ້າ​ໂຮມ​ພ້ອມ​ກັບ​ຄອບຄົ​ວ ​ເພື່ອ​ຮັບ​ປະທານ​ອາຫານ​ເຊົ້າ​ຢ່າງ​ອົບ​ອຸ່ນ.

ສ່ວນ​ຢູ່ ຊີຣີ, ​ໃນ​ວັນ​ທີ 16/10 ນີ້, ປະຊາຊົນ​ຊີ​ຣີ ຫລາຍ​ຄົນ​ກໍ​ໄດ້​ເຕົ້າ​ໂຮມ​ຢູ່​ວິຫານ​ເພື່ອ​ພາວະນາ​ຂໍໃຫ້​ສິ່ງ​ທີ່​ດີງາມ​​ແກ່​ຕົນ​ເອງ. ສ່ວນ​ຊາວ​ມຸດສະ​ລີ​ມ ຢູ່ ອິນ​ໂດ​ເນ​ເຊຍ ​ແລະ ຟິລີບ​ປີນ ກໍ​ມາ​ບັນດາ​ວິຫານ​ເພື່ອ​ພາວະນາ, ປາດ​ຖະຫນາ​ຄວາມ​ສັນ​ຕິ​ພາບ ​ແລະ ຄວາມ​ຜາ​ສຸກ​ໃຫ້​ໝົດ​ທຸກ​ຄົນ​ຢູ່​ໃນ​ໂລກ​.

ຂ່າວ/ບົດ​ອື່ນ