ຊາວລັດເຊຍ 96 ຄົນຕ້ອງອອກຈາກອາເມລິກາຍ້ອນຄຳສັ່ງລົງໂທດ

ຊາວລັດເຊຍ 96 ຄົນຕ້ອງອອກຈາກອາເມລິກາຍ້ອນຄຳສັ່ງລົງໂທດ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ທ່ານນາງ Maria Zakharova
(ພາບ: Reuters/TTXVN)

(vovworld) - ວັນ​ທີ 30/12, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ທ່ານນາງ Maria Zakharova ໃຫ້​ຮູ້​ວ່າ, ຊາ​ວ​ລັດ​ເຊຍ 96 ຄົນ​​ບັງ​ຄັບຕ້ອງ​ອອກ​ຈາກ​ລັດ​ເຊຍ ຍ້ອນ​ຂໍ້​ຕົກ​ລົງ​ຂອງ​ອາ​ເມ​ລິ​ກາ ເນ​ລະ​ເທດ​ບັນ​ດາ​ນັກ​ການ​ທູດ​ລັດ​ເຊຍ. ທ່ານ​ນາງ  Maria Zakharova ເນັ້ນ​ໜັກ​ວ່າ, ເລື່ອງ​ເນ​ລະ​ເທດ​ບັນ​ດາ​ນັກ​ການ​ທູດ​ຂອງ​ລັດ​ເຊຍ ແມ່ນ​ການ​ກະ​ທຳແກ້​ແຄ້ນ​ກ່ຽວ​ກັບ​ການປະ​ລາ​ໄຊ​ດ້ານ​ການ​ທ​ຕ່າງ​ປະ​ເທດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama.

        ​ກ່ອນ​ໜ້ານັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ຖະ​ແຫຼງບໍ່​ເນ​ລະ​ເທດ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ເທ​ລິ​ກາ ເພື່ອ​ແກ້​ແຄ້ນ​ອາ​ເມ​ລິ​ກາ, ເຖິງວ່າ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ສະ​ເໜີ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ Vladimir Putin ເນ​ລະ​ເທດເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ 35 ຄົນ​ເພື່ອ​ໂຕ້ຕອບເລື່ອງ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ເນ​ລະ​ເທດ​ພາ​ລະ​ກອນ​ການ​ທູດ​ລັດ​ເຊຍ 35 ຄົນ ແລະ ອັດ​ປະ​ຕູ​ສຳ​ນັກ​ງານ 2 ​ແຫ່ງ​ຂອງ​ປະ​ເທດນີ້​ປະ​ຈຳ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ