ຊາວຫນຸ່ມ-ນັກສຶກສາຫວຽດນາມຢູ່ອາເມລິກາອ່ວາຍຫນ້າເມືອຫາບ້ານເກີດເມືອງນອນ

ຊາວຫນຸ່ມ-ນັກສຶກສາຫວຽດນາມຢູ່ອາເມລິກາອ່ວາຍຫນ້າເມືອຫາບ້ານເກີດເມືອງນອນ - ảnh 1
ນັກ​ສຶກ​ສາ,ຊາວ​ຫນຸ​່ມ​ຫວຽດ​ນາມ​ຢູ່​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ລາຍ​ການ
ພາບ:thanhnien

(vovworld)- ແຕ່​ວັນ​ທີ 5-7/8, ສະ​ມາ​ຄົມ​ຊາວ​ຫນຸ່ມ - ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ໄດ້​ຈັດ​ຕັ້ງ​ເຫດ​ການ​ປະ​ຈຳ​ປີ ຄັ້ງ​ທີ 4 ເພື່ອ​ສ້າງ​ຄວາມ​ສະ​ຫນິດ​ຕິດ​ພັນ ແລະ ອ່​ວາຍ​ຫນ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ. ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ແລະ ທ່ານ​ນາງ ຫງວຽນ​ເຟືອງ​ງາ,  ຫົວ​ຫນ້າ​ຄະ​ນະ​ຜູ້​ຕ​າງ​ຫນ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ເຂົ້າ​ຮ່ວມ​ເຫດ​ການ ພ້ອມ​ກັບ​ຊາວ​ຫນຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ກວ່າ 400 ຄົນ ມາ​ຈາກ​ສີບໆ​ລັດ​ຂອງ ອາ​ເມ​ລິ​ກາ. ນີ້​ແມ່ນ​ເຫດ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ, ສິ​ລະ​ປະ, ກິ​ລາ ທີ່​ມີ​ຂອບ​ຂ​ະ​ຫນາດ​ໃຫຍ່, ເປັນ​ຂີດ​ໝາຍ 3 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ ສະ​ມາ​ຄົມ​ຊາວ​ຫນຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ຢ​ູ່ ອາ​ເມ​ລິ​ກາ. ຈຸດ​ເດັ່ນ​ໃນ​ເຫດ​ການນີ້ ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ “ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ຫວຽດ​ນາມ”, ສຸມ​ໃສ່​ປຶກ​ສາ​ຫາ​ລື​ຫລາຍ​ບັນ​ຫາ​ກ່ຽວ​ກັບ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ພວມ​ດຳ​ເນີນ​ຢູ່ ຫວຽດ​ນາມ ແລະ ບັນ​ດາ​ບັນ​ຫາ​ຊື່ງ​ຫວຽດ​ນາມ ພວມ​ປະ​ເຊີນ​ຫນ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ