ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເຊັກ​ໂກ ​ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19

(VOVWORLD) -ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເຊັກ​ໂກ ​ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19 - ảnh 1ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ສະໜັບສະໜູນ ກອງທຶນວັກຊິນກັນໂຄວິດ - 19 

ຕອນເຊົ້າວັນທີ 11 ມິຖຸນາ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີຮັບເງິນອຸປະຖຳໂດຍປະຊາຄົມ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ  ອຸປະຖຳໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19.

ທີ່ພິທີ, ພາຍຫຼັງໄດ້ຮັບເງິນຈຳນວນ 500 ລ້ານດົ່ງ ຈາກຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ, ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ. ທ່ານໃຫ້ຮູ້ວ່າ:

ໂດຍຕອບສະໜອງຕາມການຮຽກຮ້ອງຂອງ ແນວໂຮມປະເທດຊາດ, ລັດຖະບານ, ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວໂລກ ໄດ້ມີບັນດາການກະທຳທີ່ແທດຈິງມຸ່ງໄປເຖິງ ບ້ານເກີດເມືອງນອນ. ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ແລະ ຕີລາຄາສູງບັນດາການກະທຳອັນສູງສົ່ງ, ຮັກແພງຊຶ່ງກັນແລະກັນນັ້ນ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ກໍ່ໄດ້ສົ່ງຄວາມຂອບອົກຂອບໃຈ ໄປຍັງສູນກາງສະມາຄົມຊາວຫວຽດນາມ ອາໄສຢູ່ ເຊັກໂກ, ສະມາຄົມແມ່ຍິງ ຫວຽດນາມ ອາໄສຢູ່ ເຊັກໂກ ກ່ຽວກັບບັນດາການປະກອບສ່ວນສຳຄັນ ຕອບສະໜອງ, ສະໜັບສະໜູນບັນດາການເຄື່ອນໄຫວພາຍໃນປະເທດ ເວົ້າລວມ ແລະ ໜູນຊ່ວຍວຽກງານຂອງ ຄະນະກຳມະການເວົ້າສະເພາະ ໃນໄລຍະທີ່ຜ່ານມາ.  

ຕອບກັບ

ຂ່າວ/ບົດ​ອື່ນ