ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມງານພົບປະ ຕ້ອນຮັບບຸນປີໃໝ່ ປະຈຳຊາດ 2012

ຕອນ​ບ່າຍ​ວັນ​ທີ 7/1, ຊາວ​ຫວຽດນາມ ​ເກືອບ 600 ຄົນ​ຈາກ​ປະ​ເທດ​ຕ່າງໆທີ່​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະຊາ​ວຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໂອກາດ​ບຸນປີ​ໃໝ່ ປີ ມະ​ໂຮງ 2012 ດ້ວຍ​ຫົວ​ຂໍ້​ວ່າ ”ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ - ຂົວ​ຕໍ່​ເຄື່ອງໝາຍ​ຫວຽດນາມ”. ງານ​ພົບ​ປະ​ໂດຍ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ​ ​ແລະ​ສະມາຄົມ​ຕິດ​ຕໍ່​ພົວພັນ​ກັບຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຈັດ​ຕັ້ງ​ຂຶ້ນ  ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ພົບ​ປະ, ​ແລກປ່ຽນ ​ແລະ ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ໃນ​ບ້ານ​ເກີດ​ເມືອງ​ນອນ ດ້ວຍ​ລາຍການ​ສະ​ແດງ​ສິລະ​ປະ, ຟ້ອນ​ສິງ​ໂຕ, ສຳ​ພັດ​ກັບ​ອາຫານ​ຫວຽດນາມ…. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດຂອງຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໂຄສະນາ​ຜະລິດ​ຕະພັນ, ພົບ​ປະ​ກັບ​ຄູ່​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ໃນ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ ​ແລະ ສົ່ງ​ອອກ, ດ້ວຍ​ຈຸດໝາຍ​ນຳ​ຜະລິດ​ຕະພັນ ​ແລະ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເວົ້າ​ສະ​ເພາະ ​ແລະ​ຕະຫຼາດ​ປະ​ເທດ​ຕ່າງໆ​ຢູ່​ໃນ​ໂລກ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ