ຊາວຫວຽດນາມ ອາໄສຢູ່ຕາງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກໄດ້ ແລະ ແມ່ນແຫຼ່ງກຳລັງຂອງຊາດຫວຽດນາມ

ຊາວຫວຽດນາມ ອາໄສຢູ່ຕາງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກໄດ້ ແລະ ແມ່ນແຫຼ່ງກຳລັງຂອງຊາດຫວຽດນາມ - ảnh 1
(ກອງ​ປະຊຸມ​ສະຫຼຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 36
ຂອງ​ກົມ​ການ​ເມືອງກ່ຽວ​ກັບວຽງານ​ທີ່​ມີ​ຕໍ່ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ)


(vovworld) –  ວັນ​ທີ 20/05, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 36 ຂອງ​ກົມ​ການ​ເມືອງກ່ຽວ​ກັບວຽງານ​ທີ່​ມີ​ຕໍ່ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ໄດ້ ​ແລະ ​ແມ່ນ​ແຫຼ່ງກຳລັງ​ຂອງ​ຊາດ​ຫວຽດນາມ. ​ໃນ​ໄລຍະ 10 ປີຜ່ານມາ, ​ປະຕິບັດ​ມິ​ຕະ​ເລກທີ 36 ຂອງ​ກົມ​ການ​ເມືອງ ​ແລະ ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ສູ້ຊົນຂອງ​ຂະ​ແໜງ​ການ​ທຸກ​ຂັ້ນ, ວຽກ​ງານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ສຳຄັນ, ສ້າງ​ພື້ນຖານ​ຢ່າງ​ໝັ້ນຄົງ​ໃຫ້​ໄລຍະ​ຕໍ່​ໄປ.

    ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຊີ້​ແຈ້ງວ່າ: ລັດຖະບານ​ໄດ້ ​ແລະ ພວມ​ມີ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ​ເພື່ອ​ສົ່ງ​ເສີມ​ພໍ່​ແມ່​ປະຊາຊົນ​ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ.

   “ຕ້ອງ​ຖື​ແຫຼ່ງກຳລັງ​ຂອງ​ປະຊາ​ຄົມ​ເປັນ​ສຳຄັນ, ລົບ​ລ້າງ​ທຸກ​ຮົ້້ວ​ກີດຂວາງ​ລະຫວ່າງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ສ້າງ​ນະ​ໂຍບາຍ; ສ້າງ​​ນິຕິ​ກຳ​​ສະດວກ​ກວ່າໃຫ້​​ພໍ່​ແມ່​ປະຊາຊົນກັບ​ເມື່ອ​ປະ​ເທດ​ເພື່ອ​ລົງທຶນ, ດຳ​​ເນີນ​ທຸລະ​ກິດ ​ແລະ ອາ​ໄສ; ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ສົ່ງ​ເສີມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ປະກອບສ່ວນ​ໃຫ້​ປະ​ເທດ​ຊາດ​; ປະຕິບັດສຳ​ເລັດ​ບັນດາ​ລະບອບ​ນະ​ໂຍບາຍ​ພິເສດສຳລັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ