ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກຝັງຄວາມໄວ້ເນື້ອເຊື່ອໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ພາຍໃຕ້ການຊີ້ນຳນຳພາຂອງພັກ ປະເທດຈະຮັກສາເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ.
ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກຝັງຄວາມໄວ້ເນື້ອເຊື່ອໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1(ພາບປະກອບ: TTXVN)

ໂດຍເຈື່ອຈານເຂົ້າກັບຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ ມຸ່ງໄປສູ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຢືນຢັນເຖິງຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ການນຳພາຂອງພັກ ແລະ ປາດຖະໜາຢາກປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຫຼາຍກວ່າອີກ.

        ທ່ານ ລິວແທັງຢຸງ, ຊາວຫວຽດນາມ ອາໄສຢູ່ຝລັ່ງ (ອະດີດເລຂາທິການໃຫຍ່ສະມາຄົມຊາວຫວຽດນາມ ປະຈຳຝລັ່ງ, ໃຫ້ຮູ້ວ່າ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ ປະເທດຈະຮັກສາເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ. ນີ້ແມ່ນຄວາມມຸ່ງມາດປາດຖະໜາໃຫຍ່ຫຼວງທີ່ສຸດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເມື່ອອວ່າຍໜ້າເມືອຫາບ້ານເກີດເມືອງນອນ.

        ຈາກສະຫະພັນລັດເຊຍ: ທ່ານນາງ ຫງວຽນທິມິງແຮ້ງ, ອາຈານລະດັບສູງສັງກັດມະຫາວິທະຍາໄລແຫ່ງຊາດ St.Petersburg ໃຫ້ຮູ້ວ່າ, ໂດຍແມ່ນຜູ້ໄດ້ຕິດຕາມສະພາບການທາງດ້ານຊີວິດ, ການເມືອງຫວຽດນາມ ເປັນປະຈຳ, ທ່ານນາງມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ ໃນປີ 2020 ຄື: ພື້ນຖານເສດຖະກິດມີສະຖຽນລະພາບ, ຮັບປະກັນຊີວິດສັງຄົມ, ຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ… ບັນດາຜົນສຳເລັດຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ພາຍຫຼັງຊຸມປີປ່ຽນແປງໃໝ່ ໄດ້ຊ່ວຍຍົກສູງອິດທິພົນຊື່ສຽງຂອງຊາດຫວຽດນາມ, ຊ່ວຍໃຫ້ຫວຽດນາມ ນັບມື້ນັບສວມບົດບາດ ແລະ ມີທີ່ຕັ້ງສຳຄັນກວ່າ ບໍ່ພຽງແຕ່ຢູ່ອາຊີຕາເວັນອອກສ່ຽງໃຕ້, ຢູ່ພາກພື້ນອາຊີ - ປາຊີຟິກ ເທົ່ານັ້ນ, ຫາກຍັງຢູ່ໃນໂລກອີກດ້ວຍ.

        ໂດຍມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານ ຫງວຽນກວ໊ກເຟືອງ, ຮອງຫົວໜ້າຄະນະພຸດທະສາສະໜາຫວຽດນາມ ປະຈຳໂປໂລຍ ໄດ້ຟາກຝັງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່ ທີ່ຈະເລືອກເອົາຜູ້ນຳພັກ, ລັດ “ມີຄວາມເກັ່ງກ້າສາມາດ, ມີຄຸນທາດ, ຄຸນສົມບັດຢ່າງຄົບຖ້ວນ” ເພື່ອນຳພາປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ, ເຂັ້ມແຂງ, ໝັ້ນຄົງ, ນຳຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກມາໃຫ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ