ຊາວຫວຽດນາມ ອາໄສຢູ່ລາວ ສືບຕໍ່ສະໜັບສະໜູນທະຫານ ແລະ ປະຊາຊົນເຈື່ອງຊາ

ຊາວຫວຽດນາມ ອາໄສຢູ່ລາວ ສືບຕໍ່ສະໜັບສະໜູນທະຫານ ແລະ ປະຊາຊົນເຈື່ອງຊາ - ảnh 1
ມອບ​ເງິນ​ຈຳນວນ​ 10 ລ້ານ​ກີບ ເພື່ອ​ສະໜັບສະໜູນ
​ທະຫານ ​ແລະ ປະຊາຊົນ​ເມື່ອ​ງ​ເກາະ​​ເຈື່​ອງຊາ
(ພາບ: vietnamplus.vn)


(vovworld) - ວັນ​ທີ 29/04, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ລິ໋ຟີ​ໂຮ້ຍ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງຫຼວງ​ພະ​ບາງ ທີ່​ໄດ້​ມອບ​ເງິນ​ຈຳນວນ​ 10 ລ້ານ​ກີບ ​ເພື່ອ​ສະໜັບສະໜູນ​ທະຫານ ​ແລະ ປະຊາຊົນ​ເມື່ອ​ງ​ເກາະ​​ເຈື່​ອງຊາ, ​ແຂວງ​ແຂ໋ງຮ່ວາ. ທ່ານ ລິ໋ຟີ​ໂຮ້ຍ ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ຈຳນວນ​ເງິນ​ໂດ​ຍ 125 ຄອບຄົວ​​ເປັນຊາວ​ຫວຽດນາມ​ ອາ​ໄສ​ຢູ່​ແຂວງ​ຫຼວງ​ພະ​ບາງ ​ແຜ່​ບໍລິຈາກ​ເພື່ອ​ສະໜັບສະໜູນທະຫານ ​ແລະ ປະຊາຊົນ​ເມື່ອ​ງ​ເກາະ​​ເຈື່​ອງຊາ. ທ່ານ​ເ​ນັ້ນ​ໜັກ​ວ່າ ​ເຖິງ​ວ່າ ພໍ່​ແມ່ນ​ພີ​ນ້ອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງ​ຫຼວງ​ພະ​ບາງ ​ໄດ້​ຜ່ານ 2 – 3 ລຸ້ນຄົນ​ແລ້ວກໍ​ຕາມ ​ແຕ່​ຈິດ​ໃຈຍັງ​ອວາຍ​ໜ້າ​ເມືອ​ຫາບ້ານ​ເກີດ​ເມືອງ​ນອນ, ຮໍ່າຮຽນ​ພາສາ​ຫວຽດ ​ຢ່າງ​ຕັ້ງໜ້າ, ຮັກສາ​ສີສັນ​ວັດທະນະທຳ​​ແຫ່ງ​ຊາດ, ​ເຄົາລົບ, ປະຕິບັດຕາມ​ກົດໝາຍຂອງ​ລາວ ​ແລະ ພ້ອມ​​ແລ້ວ​ທີ່​ຈະ​ປະກອບສ່ວນ​ໃຫ້​ບັນດາ​ຂະ​ບວນການ​ໂດ​ຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປຸກລະດົມ. ທ່ານເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ້ງ ​ຂໍ​ຂອບ​ໃຈ​ຕໍ່​ຈິດ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນຫວຽດນາມ ອາ​ໄສ​ຢູ່​ແຂວງ​ຫຼວງ​ພະ​ບາງ ​ແລະ ​ໃຫ້​ຄຳ​ໝັ້ນ​ໝາຍ​ວ່າ ຈະ​ສົ່ງ​ຈຳນວນ​ເງິນ​ດັ່ງກ່າວ​ກັບ​ເມືອ​ປະ​ເທດ​ເພື່ອ​ຝາກ​ໃຫ​້ທະຫານ ​ແລະ ປະຊາຊົນ​ເມື່ອ​ງ​ເກາະ​​ເຈື່ອງຊາ ​ໂດຍ​ໄວ.
ຂ່າວ/ບົດ​ອື່ນ