ຊາວຫວຽດນາມ ອາໄສຢູ່ລາວ ສະໜິດຕິດພັນກັນເອົາໃຈໃສ່ຊ່ວຍເຫຼືອຄົນທຸກຍາກ

ຊາວຫວຽດນາມ ອາໄສຢູ່ລາວ ສະໜິດຕິດພັນກັນເອົາໃຈໃສ່ຊ່ວຍເຫຼືອຄົນທຸກຍາກ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ແມ້ງ​ຮຸ່ງ ​ອວຍພອນ​ປີໃໝ່
ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ ວຽງ​ຈັນ
(ພາບ: Vietnam+)


(vovworld) - ວັນ​ທີ 31/01, (ກົງ​ກັບ​ວັນ​ທີ 01/01 ບຸນປີ​ໃໝ່​ ປີ​ມະ​ເມຍ), ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ສະຫະ​ສະມາຄົມ, ສະມາຄົມ ​ແລະ ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ ວຽງ​ຈັນ ​ຈຳນວນ​ໜຶ່ງ ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເມຍ 2014. ຢູ່​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ການ​ນຳສະຫະ​ສະມາຄົມ, ສະມາຄົມ ແລະ ພໍ່​ແມ່​ປະຊາຊົນ​ໃນ​ການ​ປັບ​ປຸ່ງ​ກຸ່ມ​ກ້ອນ​ມະຫາສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ສາມັກຄີ​ສ້າງ​ຂະ​ບວນການ, ປະກອບສ່ວນ​ສ້າງ​ພາບ​ພົດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ, ​ໃນ​ປີ 2014, ການ​ນຳສະຫະ​ສະມາຄົມ, ສະມາຄົມ ຕິດ​ພັນ​ກັບ​ຂະ​ບວນການ, ປັບປຸງ, ບູລະນະ​ການຈັດ​ຕັ້ງ​ກົງ​ຈັດ​ໃຫ້​ສຳ​ເລັດ, ​ເພີ່ມ​ທະວີ​ຕວາ​ມສາມັກຄີ, ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ, ສ້າງສາ​ຂາ​ສະມາຄົມ​ໃຫ້​ໝັ້ນ​ຂົງ ​ເຂັ້ມ​ແຂງ, ອວ່າຍ​ເມືອ​ຫາ​ບ້ານ​​ເກີດ​ເມືອງ​ນອນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່ ​ແລະ ມອບ​ຂອງຂວັນ​ໃຫ້​ບາງ​ຄອບຄົວ​ທີ່​ທຸກ​ຍາກ, ຜູ້​ຢູ່​ໂດດ​ດຽວ​ທີ່​ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ.

ຂ່າວ/ບົດ​ອື່ນ