ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ຮັກ​ສາ​ຄວາມ​ງາມ​​ທາງ​ດ້ານ​ວັດ​ນະ​ທະ​ນຳໃນ​ການ​ໄປ​ວັດ​ອາ​ອາ​ຫາມ​ຍາມ​ຕົ້ນ​ປີ​ໃໝ່

(VOVWORLD) -ໃນໄລຍະຕົ້ນປີໃໝ່, ຊາວຫວຽດນາມ ພວມທຳມາຫາກິນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ ໄດ້ເຕົ້າໂຮມກັນຢູ່ວັດ ຫວຽດນາມ, ໃນນັ້ນມີ ວັດເຟີດຕິກ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ຮັກ​ສາ​ຄວາມ​ງາມ​​ທາງ​ດ້ານ​ວັດ​ນະ​ທະ​ນຳໃນ​ການ​ໄປ​ວັດ​ອາ​ອາ​ຫາມ​ຍາມ​ຕົ້ນ​ປີ​ໃໝ່ - ảnh 1ຊາວຫວຽດນາມ ອາໄສຢູ່ລາວ ໄປວັດຍາມຕົ້ນປີໃໝ່ (ພາບ: VOV)

ໃນໄລຍະຕົ້ນປີໃໝ່, ຊາວຫວຽດນາມ ພວມທຳມາຫາກິນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ ພັດເຕົ້າໂຮມກັນຢູ່ວັດ ຫວຽດນາມ, ໃນນັ້ນມີ ວັດເຟີດຕິກ - ຊຶ່ງແມ່ນໜຶ່ງໃນບັນດາວັດຫວຽດໃຫຍ່ທ່ີ່ສຸດຢູ່ນະຄອນຫຼວງ ວຽງຈັນ ເພື່ອຖະຫວາຍທູບທຽນ, ບູຊາພະພຸດທະຮູບ ແລະ ພາວະນາຂໍຄວາມໂສກດີໃຫ້ແກ່ຕົນເອງ ແລະ ຄອບຄົວ.

        ນັບແຕ່ຮຸ່ງເຊົ້າວັນທີ 1 ບຸນເຕັດ ກໍ່ຄືກັນກັບຄອບຄົວຫວຽດນາມ ອື່ນໆ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດ, ປ້າ ຫງວຽນທິເຕິນ ຜູ້ໄດ້ດຳລົງຊີວິດຢູ່ລາວ ເກືອບ 30 ປີ ໄດ້ມີໜ້າຢູ່ວັດເຟິດຕິກເພື່ອຖະຫວາຍທູບທຽນ, ບູຊາພະພຸດທະເຈົ້າ. ປ້າເຕິນ ໃຫ້ຮູ້ວ່າ:

        ຕາມຮີບຄອງປະເພນີຂອງ ຫວຽດນາມ ແລ້ວ, ເຖິງວ່າໄດ້ດຳລົງຊີວິດຢູ່ໃສ ຊາວຫວຽດນາມ ກໍ່ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ່, ດັ່ງນັ້ນ ປີໃດຂ້າພະເຈົ້າກໍ່ໄປວັດ ຖະຫວາຍທູບທຽນ, ບູຊາພະພຸດທະເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ