ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແບ່ງ​ປັ​ນ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ວັດເຟິດຕິກ ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະ ຄອບຄົວຊາວລາວ ຢູ່ບໍລິເວນນະຄອນຫຼວງວຽງຈັນ ກໍ່ຄືທ້ອງຖິ່ນອື່ນໆ ທີ່ປະສົບກັບຄວາມຫຍຸ້ງຍາກ.
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແບ່ງ​ປັ​ນ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ວັນທີ 12 ຕຸລາ, ສະມາຄົມ ຊາວ ຫວຽດາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ວັດເຟິດຕິກ ແລະ ບໍລິສັດ ຄຳຮຸ່ງ ໄຊຈະເລີນມອບຂອງຂວັນ 115 ພູດ, ດ້ວຍມຸນຄ່າທັງໝົດ ຫຼາຍກ່ວາ 111 ລ້ານດົ່ງ ໃຫ້ຄອບຄົວຊາວຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ, ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19. ທ່ານ ເລແອັງດຶກ, ຮອງປະທານສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຈິດໃຈຄວາມໂອບອ້ອມອາລີ ຂອງພະນັກງານ, ພາລະກອນບໍລິສັດ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບໍ່ວ່າຢູ່ແຫ່ງຫົນໃດ, ສະມາຄົມຊາວຫວຽດນາມ ກໍ່ຍັງຮັກສາໄດ້ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຍາມໃດກໍ່ມີຄວາມຮັກແພງອູ້ມຊູຊ່ວຍເຫຼືອກັນ, ໜູນຊ່ວຍກັນໃນເວລາ ປະສົບກັບຄວາມຫຍຸ້ງຍາກ.

ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ວັດເຟິດຕິກ ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະ ຄອບຄົວຊາວລາວ ຢູ່ບໍລິເວນນະຄອນຫຼວງວຽງຈັນ ກໍ່ຄືທ້ອງຖິ່ນອື່ນໆ ທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ