ຊາວຫວຽດນາມ ອາໄສຢູ່ຫລາຍຕ່າງປະເທດຈັດຕັ້ງລາຍການຕ້ອນຮັບບຸນເຕັດປີກຸນ

(VOVWORLD) -ວັນທີ 1 ກຸມພາ ຢູ່ ອີຢີບ, ສະຖານທູດຫວຽດນາມໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດປີກຸນ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າບັນດາທູຕານຸທູດປະເທດຕ່າງໆ ປະກຳ Cairo ແລະ ຊາວຫວຽດນາມພວມຮ່ຳຮຽນ, ເຮັດວຽກ ແລະ ອາໄສຢູ່ ອີຢີບ ເປັນຈຳນວນຫລວງຫລາຍ. 
ຊາວຫວຽດນາມ ອາໄສຢູ່ຫລາຍຕ່າງປະເທດຈັດຕັ້ງລາຍການຕ້ອນຮັບບຸນເຕັດປີກຸນ - ảnh 1 ລາຍການຕ້ອນຮັບບຸນເຕັດປີກຸນ ຢູ່ ອີຢີບ

ທ່ານ ເຈີນແທ່ງກົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢີບ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ພໍ່ແມ່ຊາວຫວຽດນາມ ແລະ ເພື່ອນມິດ ອີຢີບ ໄດ້ມາຮ່ວມເປັນຈຳນວນຫລວງຫລາຍ. ສຳລັບຊາວຫວຽດນາມ ຢູ່ຫ່າງໄກກັບບ້ານເກີເມືອງນອນ ເຫດການນີ້ໄດ້ຊ່ວຍໃຫ້ເຂົາເຈົ້າປຸກລຸກນ້ຳໃຈຮັກຊາດ.”

ໃນຂະນະນັ້ນ ຢູ່ ອານເຊຣີ ຕອນບ່າຍວັນທີ 1 ກຸມພາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ລົງຢ້ຽມຢາມ ມອບຂອງຂວັນບຸນເຕັດໃຫ້ກຳມະກອນ ຊາວຫວຽດນາມ ພວມເຮັດວຽກຢູ່ ໂຄງການ Tipaza  ຂຶ້ນກັບ ແຂວງ Tipaza ຫ່າງຈາກນະຄອນ ຫລວງ Algiers ປະມານ 80 ກິໂລແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ