ຊາວຫວຽດນາມ ອາໄສຢູ່ຫຼາຍປະ ເທດຈັດຕັ້ງການ ຕ້ອນຮັບບຸນເຕັດ 2012

ຊາວຫວຽດນາມ ອາໄສຢູ່ຫຼາຍປະ ເທດຈັດຕັ້ງການ ຕ້ອນຮັບບຸນເຕັດ 2012 - ảnh 1
ຊາວຫວຽດນາມອາ ໄສຢູ່ຫຼາຍປະເທດຈັດ ຕັ້ງການຕ້ອນຮັບບຸນ ເຕັດ 2012
(ພາບ: internet)

ພ້ອມ​ກັບ​ບັນຍາກາດ​ຕ້ອນຮັບລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ, ປະຊາ​ຄົມ​ຊາ​ວ ຫວຽດນາມ​ອາ​ໄສ​ຢູ່​ຫຼາຍປະ​ເທດ ກໍ່​ພວມ​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ ປີ​ມະ​ໂຣງ 2012 ​ແລະ ສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (ຄື​ວັນ​ທີ 3/2/1930 – 3/2/2012) ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ.

ວັນ​ທີ 20/1, ສະຖານທູດ​ຫວຽດນາມ​ປະຈຳ​ສະຫະພັນ​ລັດ​ເຊຍ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ ”ອວຍພອນ​ພັກ, ອວຍພອນ​ລະດູບານ​ໃໝ່​ຢ່າງ​ມ່ວນ​ຊື່ນ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄອບຄົວ​ພະນັກງານ, ພາລະ​ກອນ​ສະຖານທູດ, ຜູ້ຕາງໜ້າ​ບັນ​ດາ​ສະຫະ​ສະມາຄົ​ມ ​ແລະ ປະ​ຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ໂມ​ດສະກູ. ກ່າວ​ຄຳ​ເຫັນ​ອວຍພອນ​ປີ​ໃໝ່​ພໍ່​ແມ່ນ​ປະຊາຊົນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຟ້າ​ມຊວນ​ເຊີນ ​ເນັ້ນ​ໜັກ​ວ່າ: ​ໃນ​ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ສະພາບ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ກໍ​ຕາມ, ​ແຕ່​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ ຜູ້​ອອກ​ແຮງ​ງານນັບ​ໝື່ນໆ​ຄົນ, ພ້ອມ​ກັນ​ສ້າງ​ປະຊາ​ຄົມ​ນັບ​ມື້​ນັບ​​ເຕີບ​ໃຫຍ່​ເຂັ້ມ​ແຂງ, ປະກອບສ່ວນ​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ຄູ່​ຮ່​ວມມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ​ກ່ວາ​ອີກ. ​ແລະ​ກໍ່​ໃນ​ຕອນ​ຄຳ​ວັນ​ດຽວ​ກັນ ຢູ່ສະຖານ​ທູ​ດຫວຽດນາມ​ປະຈຳ ຟຣັ່ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຢືອງຈີ໋ຢູງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ມູນ​ເຊື້ອ​ຮັກ​ຊາດ, ອ່ວາຍ​ເມືອ​ຫາ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ, ພໍ່​ແມ່ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຟຣັ່ງ ຈະ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ປະ​ເທດ​ຊາດ.

ສະ​ຖານ​ທູດ​ຫວຽດນາມປະຈຳ ຍີ່​ປູ່​ນ​ກໍ່​ຈັດ​ຕັ້ງການ​ພົບ​ປະ​ສັງ​ສັນ​ຕ້ອນຮັບ​ບູນປີ​ໃໝ່​ປະຈຳ​ຊາດ. ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ​ປະຈຳ ຍີ່​ປູ່​ນ ດວານ​ຊວນ​ຮື​ງ ຫວັງ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ. ທ່ານ​ເອກ​ອັກຄະ​ລັດຖະທູ​ດຍັງ​ເນັ້ນ​ໜັກ​ວ່າ: ພະນັກງານ​ສະຖານທູດ​ຫວຽດນາມ​ປະຈຳ​ຍີ່​ປູ່​ນຈະ​ມານະ​ພະຍາຍາມ ​ເພື່ອ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພ້​ອມກັນ​ນັ້ນ​ກໍ​ເຊື້ອ​ໝັ້ນ​ວ່າ​ຈະ​ສືບ​ຕໍ່​​ໄດ້​ຮັບ​ການຮ່ວມ​ມື, ​ຊ່ວຍ​ເຫຼືອຈາກເພື່ອ​ນມິດ​ຍີ່​ປູ່​ນ.

ຂ່າວ/ບົດ​ອື່ນ