ຊາວຫວຽດນາມ,ນັກຮຽນນັກສຶກສາຢູ່ຕ່າງປະເທດແລະນັກຮຽນຮູ້ຈີນເຊື່ອໝັ້ນຕໍ່ຜົນສຳເລັດຂອງການເລືອກຕັ້ງ

ຊາວຫວຽດນາມ,ນັກຮຽນນັກສຶກສາຢູ່ຕ່າງປະເທດແລະນັກຮຽນຮູ້ຈີນເຊື່ອໝັ້ນຕໍ່ຜົນສຳເລັດຂອງການເລືອກຕັ້ງ - ảnh 1
ສາດ​ສະ​ດາ​ຈານ ກູ໋​ແຢ໋ວນຢ໋າງ

(vovworld) - ວັນ​ທີ 22/5, ນາງ​ຟານ​ບີກ​ທ້ຽນ, ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຮູງ​ກາ​ຣີ ແຕ່​ຍັງ​ຖື​ສັນ​ຊາດ ຫວຽດ​ນາມ, ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ຢູ່​ເມືອງ ຖູ້ຍ​ເຄວ, ເມືອງ ໄຕ​ໂຮ່, ນະ​ຄອນຫຼວງ ຮ່າ​ໂນ້ຍ. ເມື່ອ​ຕອບ​ສຳ​ພາດ​ຂອງ​ນັກ​ຂ່າວVOV ເນື່ອງ​ໃນ​ໂອ​ກາດນີ້, ນາງ ​ຟານ​ບີກ​ທ້ຽນ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ຍ້ອນ​ເປັນ​ພົນ​ລະ​ເມືອງ ຫວຽດ​ນາມ  ດັ່ງ​ນັ້ນ​ກໍ່​ຢ​າກ​ໄດ້​ປະ​ຕິ​ບັດ​ສິດ​ພົນ​ລະ​ເມືອງ​ຂອງ​ຕົນ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮັ​ບ​ຊອບ​ເລືອກ​ຕັ້ງ​ໃຫ້​ບັນ​ດາ​ຜູ້​ທີ່​ເໝາະ​ສົມ​, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ທີ່​ສຸດ​ເພື່ອ​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​.”

        ເຈື່ອ​ຈານ​ເຂົ້າ​ກັບ​ບັນ​ຍາ​ກາດ​ຂອງວັນ​ບຸນ​ຢູ່​ບ້ານ​ເກີດ​ເມືອງນອນ, ນັກ​ສຶກ​ສາ ຫວຽດ​ນາມ ຮ່ຳ​ຮຽນ​ຢູ່ ຈີນ ກໍ່​ອ​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີ​ດ​ເມືອງນອນ ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ຢ່າ​ງ​ສູງ​ສຸດ​ຕໍ່​ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ. ທ້າວ ຫງວຽນ​ຕູ່ງ​ເລີມ, ນ​ັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ປັກ​ກິ່ງ, ແບ່ງ​ປັນ​ວ່າ:

        “ດ້ວຍ​ຖາ​ນະ​ແມ່ນ​ນັກ​ສຶກ​ສາ​ພວມ​ຮ່ຳ​ຮຽນ ແລະ ດຳ​ລົງ​ຊີ​ວິດ​ຢູ່​ຕ່າງ​ປະ​ເທດ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ບັນ​ດາ ສ​ສ​ຊ ໄດ້​ຍົກ​ອອກ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ສະ​ພາ​ແຫ່ງ​ຊາດ, ດຶງ​ດູ​ດ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ບັນ​ດາ​ນັກ​ສຶກ​ສາພວມ​ຄົ້​ນ​ຄ​້​ວາ, ຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ​ຈະນຳ​ບັນ​ດາ​ໂຄງ​ການດຳ​ເນີນ​ງານ​ຂອງ​ເຂົາ​ເຈົ້າ​ອຸ​ທິ​ດ​ສ່ວນໃຫ້​ແກ່​ປະ​ເທດ​ຊາດ.”

        ໂດຍ​ແມ່​ນ​ນັກ​ຮຽນ​ຮູ້​ທີ່​ໂດ່ງ​ດັງ, ມີຫຼາຍ​ປີ​ຄົ້​ນ​ຄ້​ວາ​ກ່ຽວ​ກັບ ຫວຽດ​ນາມ, ສາດ​ສະ​ດາ​ຈານ ກູ໋​ແຢ໋ວນຢ໋າງ ,ສັງ​ກັດ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ ຈີນ, ສະ​ແດງ​ຄວາມ​ເຊື່ອ​ໝັ້​ນ​ວ່າ:

        “ຂ້າ​ພະ​ເຈົ້າ​ຖື​ວ່າ, ການ​ເລືອກ​ຕັ້ງ​ຢູ່ ຫວຽດ​ນາມ ຄັ້ງນີ້​ມ​ີ​ຄວາມ​ໝາຍ​ສຳ​ຄັນ, ເລືອກ​ເອົາ​ບັນ​ດາ ສ​ສ​ຊ ຊຸດ​ໃໝ່, ສ້າງ​ກົງ​ຈັກ​ລັດ​ໃຫ້​ສົມ​ບູນ​ແບບ, ຫັນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປະ​ກົດ​ຜົນ​ເປັນ​ຈິງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄື​ດັ່ງ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງທີ 12 ຂອງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ ໄດ້​ວາງ​ອອກ.”


ຂ່າວ/ບົດ​ອື່ນ