ຊາວ​ຫວຽດນາມປະຕິບັດ​ລະບຽບວິ​ໄນ​ໄດ້​ດີກ​ວ່າ ​ໃນ​ການ​ຕ້ານ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ການປະຕິບັດລະບຽບວິໄນຂອງປະຊາຊົນ ແມ່ນຂໍ້ກຸນແຈພາໄປເຖິງຜົນສໍາເລັດຂອງຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19.
ຊາວ​ຫວຽດນາມປະຕິບັດ​ລະບຽບວິ​ໄນ​ໄດ້​ດີກ​ວ່າ ​ໃນ​ການ​ຕ້ານ​ໂລກລະບາດ​ໂຄ​ວິດ - 19 - ảnh 1 ທ່ານ Airlangga Hartarto ລັດຖະມົນຕີປະສານງານເສດຖະກິດ ອິນໂດເນເຊຍ  (ພາບ: Fakta.news)

        ທ່ານ Airlangga Hartarto ລັດຖະມົນຕີປະສານງານເສດຖະກິດ ອິນໂດເນເຊຍ ໃຫ້ຂໍ້ສັງເກດວ່າ ການປະຕິບັດລະບຽບວິໄນຂອງປະຊາຊົນ ແມ່ນຂໍ້ກຸນແຈພາໄປເຖິງຜົນສໍາເລັດຂອງຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19. ຕາມທ່ານ Airlangga Hartarto ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ສາມາດແກ້ໄຂບັນຫາໂລກລະບາດໂຄວິດ - 19 ໄດ້ສໍາເລັດຜົນດີທີ່ສຸດໃນໂລກ, ເມື່ອບໍ່ມີຜູ້ຕິດເຊື້ອເສຍຊີວິດ ແລະ ອິນໂດເນເຊຍ ອາດຈະຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກຫວຽດນາມ”. ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີ Airlangga Hartarto ຖືວ່າ, ອິນໂດເນເຊຍ ຍາກທີ່ຈະປະຕິບັດໄດ້ບັນດາມາດຕະການຄືກັບຫວຽດນາມ ຍ້ອນຫຼາຍບັນຫາ, ລະອຽດແມ່ນ “ການປະຕິບັດລະບຽບວິໄນຂອງວົງຄະນະຍາດ”. ທ່ານ ກໍຖືວ່າ ຖ້າຫາກວົງຄະນະຍາດປະຕິບັດບັນດາຂໍ້ກໍານົດໃນການແຍກຫ່າງໃນສັງຄົມ ໄດ້ຢ່າງເຂັ້ມງວດນັ້ນ ໂລກລະບາດຈະສິ້ນສຸດໂດຍໄວ. ທ່ານກໍໄດ້ຍົກອອກບາງຕົວຢ່າງຂອງຫວຽດນາມ ເມື່ອລັດຖະບານຫວຽດນາມປະຕິບັດການແຍກຫ່າງໃນສັງຄົມ, ປະຊາຊົນປະຕິບັດໄດ້ເປັນຢ່າງດີ,ໃສ່ຜ້າອັດປາກ ເມື່ອອອກໄປຂ້າງນອກ ແລະ ບໍ່ເຕົ້າໂຮມກັນຫຼາຍຄົນ. ບາງຂົງເຂດເສດຖະກິດຍັງຄົງຮັກສາໄດ້, ຫຼຸດຜ່ອນການແລກປ່ຽນ, ຊໍາລະດ້ວຍເງິນສົດ ເພື່ອຈໍາກັດການສໍາຜັດລະຫວ່າງຄົນກັບຄົນ.

ເຮືອງຈາ - ນັກຂ່າວ VOV ປະຈໍາ ອິນໂດເນເຊຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ