ຊາວຫວຽດນາມຢູ່ ສາທາລະນະລັດ ເຊັກໂກ ອ່ວາຍເມືອຫາທະເລ,ໝູ່ເກາະບ້ານເກີດເມືອງນອນ

ຊາວຫວຽດນາມຢູ່ ສາທາລະນະລັດ ເຊັກໂກ ອ່ວາຍເມືອຫາທະເລ,ໝູ່ເກາະບ້ານເກີດເມືອງນອນ - ảnh 1
ພິ​ທີພິ​ທີ​ສວດ​ມົນ​ພາ​ວະ​ນາ​​​ຢູ່ ສ. ເຊັກ​ໂກ

(vovworld) - ​​ຫວ່າງ​ແລ້ວ​ນີ້, ຢູ່ ປ​ຣາ​ຮາ, ສ. ເຊັກ​ໂກ ໄດ້​ດຳ​ເນີນ​ພິ​ທີ​ສວດ​ມົນ​ພາ​ວະ​ນາ​​ໃຫ້ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພ​ື່ອອ​ະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ ໂດຍ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ, ສະ​ມາ​ຄົມ​ວັດ​ທະ​ນະ​ທຳ - ສີ​ລະ​ປະ ຫວຽດ​ນາມ ຢູ່ ສ. ເຊັກ​ໂກ ແລະ ກຸ່ມ “ອ້າຍ​ນ້ອງ​ເພື່ອ ບ້າ​ນ​ເກີດ​ເມືອງນອນ” ຈັດ​ຕັ້ງ. ທີ່​ພິ​ທີ, ຄະ​ນະ​ຈັດ​ຕັ້ງ​ເຫດ​ການ​ໄດ້​ປະ​ກາດ​ຈົດ​ໝາຍ​ຄັດ​ຄ້ານ ຝາກ​ເຖິງ​ສະ​ຖານ​ທູດ ຈີນ ປະ​ຈຳ ສ. ເຊັກ​ໂກ, ໃນ​ນັ້ນ ໄດ້​ຢັ້ງ​ຢືນຫຼັກ​ໝັ້ນ​ຂອງ ຫວຽດ​ນາມ ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ກໍ່​ຄື​ຮຽກ​ຮ້ອງ​​ໃຫ້ຢຸດ​ຕິ​ທຸກໆ​ການ​ເຄື່ອນ​ໄຫວ​ເພື່​ອ​ແນ​ໃສ່​ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເພື່ອ​ພື້ນ​ຖານ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສິ້ນ​ສຸດ​ພິ​ທີ, ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ເຫດ​ການ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ສ. ເຊັກ​ໂກ ໄດ​້​ປະ​ກອບ​ເງິນ​ເຂົ້າ​ກອງ​ທຶນ​ໜູນ​ຊ່ວຍ​ບັນ​ດາ​ຄອບ​ຄົວ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດເພື່ອ​ປົກ​ປັກ​ຮັກ​ສາ​ທະ​ເລ, ໝູ່​ເກາະ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ