ຊາວຫວຽດນາມຢູ່ການາດາໂຮມຊຸມນຸມມິດຕິງຄັດຄ້ານຈີນ

ຊາວຫວຽດນາມຢູ່ການາດາໂຮມຊຸມນຸມມິດຕິງຄັດຄ້ານຈີນ - ảnh 1
ຊາວ ຫວຽດນາມ ແລະ ນັກສຶກສາ ຫວຽດນາມ ຢູ່ ການາດາ ມິດຕິງ ຄັດຄ້ານ ຈີນ
(ພາບປະກອບ)

(vovworld) – ວັນ​ທີ 25/5, ປະຊາ​ຄົມ​ຊາວ ຫວຽດນາມ ​ແລະ ນັກຮຽນ, ນັກ​ສຶກສາ ຫວຽດນາມ ຢູ່​ນະຄອນ Montreal, ປະ​ເທດ ກາ​ນາ​ດາ ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ມິດ​ຕິງຢູ່ຕໍ່ໜ້າ​ສະຖານທູດ ຈີ​ນ ຄັດຄ້ານ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຢູ່​ເຂ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂ​ດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ກ່ວາ 100 ຄົນ​ໄດ້​ນຸ່ງ​ເສື້ອ​ທີ່ມີ​ຮູບທຸງແດງ ດາວຄຳ, ພ້ອມທັງຍົກ​ຄັນ​ທຸງ​ຂອງ​ປະ​ເທດ​ຊາດ  ແລະ ​ປ້າຍ​ຄຳ​ຂວັນຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ກ່າວ​ປະນາມ​ການ​ເຄື່ອນ​ໄຫວ​ຂອງ ຈີນ ​ແລະ ຮຽກຮ້ອງ​ລັດຖະບານ​ຈີນ ຈົ່ງມີການປະພຶດດ້ວຍຄວາມ​ຮັບຜິດຊອບ, ​ເຄົາລົບ​ກົດໝາຍ​ສາກົນ, ຖອນ​ຮ້ານ​ເຈາະ​ນ້ຳ​ມັນ ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ.

    ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ຈຸດ​ປະສົງ​ຂອງ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ ​ເພື່ອ​ແນ​ໃສ່​ປະກອບ​ສຽງ​ເວົ້າ​ລວມກັບ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ຄັດຄ້ານບັນດາ​ການ​ກະທຳ​ຜິດພາດ, ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາ​ຍ ​ແລະ ຫາງ​ສຽງ​ສາກົນ​ຂອງ ຈີນ.

ຂ່າວ/ບົດ​ອື່ນ