ຊາວຫວຽດນາມຢູ່ຍີ່ປຸ່ນຄັດຄ້ານຈີນລະເມີດອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກ

ຊາວຫວຽດນາມຢູ່ຍີ່ປຸ່ນຄັດຄ້ານຈີນລະເມີດອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກ - ảnh 1
ຊາວ​ຫວຽດ​ນາມ​ແລະ​ເພື່ອນ​ມິດ​ຍິ່​ປຸ່ນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ

(vovworld)- ຕອ​ນ​ບ່າຍ​ວັນ​ທີ 1/5, ມີ​ຊາວ​ຫວຽດ​ນາມ​ປະ​ມານ 200 ຄົນ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ແຂວງ Osaka  ແລະ ເຂັດ Kansai ພ້ອມ​ກັບ​ປະ​ຊາ​ຊົນ​ຍີ່​ປຸ່ນ ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ພາ​ກັນ​ລົງ​ຖະ​ຫນົນ​ແຫ່​ຂະ​ບວ​ນ​ເພື່ອ​ຄັດ​ຄ​້ານ​ຈີນ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ຜູ້​ແຫ່​ຂະ​ບວ​ນໄດ້​​ຮຽກ​ຮ້ອງ​ຈີນ ບໍ່​ໄດ້ທຳ​ການ​ບູ​ລະ​ນະ, ຖົມ​ດິ​ນກໍ່​ສ້າງ​ເກາະ ແລະ ນຳ​ໃຊ້​ການ​ທະ​ຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຕ​ອ້ງ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ການ​ແຫ່​ຂະ​ບວນ​ດຳ​ເນີນ​ໃນ​​ສັນ​ຕິ​ພາບ, ເຄົາ​ລົບ​ກົດ​ໝາຍ​ຍີ່​ປຸ່ນ, ດຶງ​ດູດ​ຄວາມ​ສົນ​ໃຈ ແລະ ເປັນ​ສັກ​ຂີ​ພິ​ຍານ​ຂອງ​ປະ​ຊາ​ຊົນ​ຍີ່​ປຸ່ນ​ກໍ​ຄື​ອົງ​ການ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ຈຳ​ນວນ​ຫນຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ